ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 5 ສະໄໝທີ V ໄດ້ໄຂຂຶ້ນ ວັນທີ 8 ແລະ ອັດລົງ ໃນວັນທີ 9 ມິຖຸນາ 2017 ນີ້ ທີ່ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ປອ. ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີບັນດາທ່ານ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ ທັງໝົດ 121 ກວ່າທ່ານ.
ໃນກອງປະຊຸມ ບັນດາຜູ້ແທນໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄຳເຫັນ ຕໍ່ບັນດາເນື້ອໃນ ເອກະສານສຳຄັນຕ່າງໆ ເປັນຕົ້ນ: ບົດສະຫຼຸບການນຳພາ ວຽກງານຮອບດ້ານໃນ 6 ເດືອນຕົ້ນປີ 2017 ຂອງຄະນະບໍລິຫານງານພັກແຂວງ, ບົດສຳຫຼວດ ການນຳລວມ ຂອງຄະນະບໍລິຫານງານພັກແຂວງ, ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ 2017 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2017, ແຜນຄາດຄະເນປີ 2018. ນອກນັ້ນ ກອງປະຊຸມຍັງໄດ້ເຊື່ອມຊຶມ ມະຕິ 4 ສະໄໝທີ X ຂອງພັກ, ດຳລັດ ວ່າດ້ວຍ ການກຳນົດນະໂຍບາຍ ຕໍ່ພະນັກງານລັດຖະກອນ ທີ່ປະຕິບັດໜ້າທີ່ ຢູ່ເຂດຫ່າງໄກສອກຫຼີກ ທຸລະກັນດານ. ພ້ອມກັນນັ້ນ ກອງປະຊຸມຍັງໄດ້ ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ແຂວງບໍ່ແກ້ວ ວ່າດ້ວຍ ການຄຸ້ມຄອງ ແລະ ບໍລິຫານຕົວເມືອງຫ້ວຍຊາຍ ດ້ວຍບັນຍາກາດຟົດຟື້ນ.
ໂອກາດດັ່ງກ່າວ. ທ່ານ ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ບັນດາຜູ້ແທນເຂົ້າຮ່ວມບາງບັນຫາ ເພື່ອສືບຕໍ່ຊີ້ນຳ-ນຳພາ ວຽກງານຮອບດ້ານໃນຕໍ່ໜ້າ ໃຫ້ເກີດຜົນເປັນຈິງ ເປັນຕົ້ນແມ່ນ: ສືບຕໍ່ເຮັດໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ, ສືບຕໍ່ປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ຂະຫຍາຍຕົວຢ່າງໝັ້ນທ່ຽງ. ໃນນັ້ນຕ້ອງສູ້ຊົນເກັບລາຍຮັບໃຫ້ໄດ້ຕາມຄາດໝາຍ ເພື່ອສະໜອງໃຫ້ແກ່ລາຍຈ່າຍ; ສືບຕໍ່ຫັນລົງກໍ່ສ້າງຮາກຖານ ປັບປຸງລະບົບການເມືອງ ຢູ່ຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ແກ້ໄຂປະກົດການຫຍໍ້ທໍ້ໃຫ້ຫຼຸດຢາງຕັ້ງໜ້າ.