bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ແຂວງບໍ່ແກ້ວ ຈັດການແຂ່ງຂັນກິລາເປຕັງ ຊີງຂັນທ່ານເຈົ້າແຂວງ

ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ຈັດກິດຈະກຳແຂ່ງຂັນກິລາເປຕັງ ຊີງຂັນທ່ານເຈົ້າແຂວງ ແຂວງບໍ່ແກ້ວ ເພື່ອເປັນ ການສ້າງຂະບວນການຂໍ່ານັບຮັບຕ້ອນວັນບຸນສຳຄັນຕ່າງໆຂອງຊາດ ແລະ ຂອງສາກົນ ເປັນຕົ້ນ: ວັນສາກົນແຫ່ງການລຶບລ້າງຄວາມບໍ່ຮູ້ໜັງ ສື, ວັນຄູແຫ່ງຊາດ, ວັນໄປສະນີໂລກ ແລະ ວັນປະກາດເອກະລາດ ແລະ ວັນສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 35 ປີ, ພ້ອມທັງ ເປັນການຄັດເລືອກເອົານັກກິລາເປຕັງ ຜູ້ທີ່ມີພອນສະຫວັນ, ມີສີມື ແລະ ມີຄຸນສົມບັດທີ່ດີ ເພື່ອເປັນຕົວແທນ ນັກກິລາຂອງທີມ ແຂວງບໍ່ແກ້ວ ເຂົ້າຮ່ວມການແຂ່ງຂັນ ກິລາເປຕັງຊີງຂັນ ທ່ານປະທານສະພາແຫ່ງຊາດ ຄັ້ງທີ VIII ທີ່ແຂວງບໍ່ແກ້ວ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ໃນທ້າຍເດືອນ ພະຈິກ 2017 ນີ້.

ການແຂ່ງຂັນກິລາເປຕັງ ໄດ້ມີຂຶ້ນໃນວັນທີ 20 ກັນຍາ 2017 ທີ່ເດີ່ນກິລາເປຕັງ ສວນອາຫານດາວລືໄຊ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພາຍຫຼັງທີ່ເປີດພິທີ ແລະ ດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 20 ກັນຍາ ເຊິ່ງໃຊ້ເວລາ 2 ວັນເຕັມໆ, ໂດຍການເປັນ ປະທານຂອງທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງແຂວງບໍ່ແກ້ວ ປະທານສະມາຄົມກິລາ-ກາຍະກຳແຂວງ, ເຂົ້າຮ່ວມມີທ່ານ ສົມສັກ ກຳມະນີພັນ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີຄະນະກຳມະການ, ຄະນະນັກກິລາ, ແຂກຖືກເຊີນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງຟົດຟື້ນ.

ການແຂ່ງຂັນກິລາເປຕັງຄັ້ງນີ້ ໄດ້ຈັດເປັນສອງປະເພດຄື ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ ເຊິ່ງມີທີມນັກກິລາທີ່ມາຈາກ ພະແນກການ, ຫ້ອງການ, ກຸ່ມນັກທຸລະກິດ ແລະ ມວນຊົນທົ່ວແຂວງເຂົ້າຮ່ວມການແຂ່ງຂັນ. ປະເພດຄູ່ຊາຍມີທັງໝົດ 68 ທີມ ແບ່ງອອກເປັນ 17 ສາຍ, ສ່ວນປະເພດຄູ່ຍິງ ມີທັງໝົດ 28 ທີມ ແບ່ງອອກເປັນ 7 ສາຍ. ການແຂ່ງຂັນໃນຮອບທຳອິດ ແມ່ນແຂ່ງຂັນ ແບບພົບກັນ ຕັດບົນ-ຕັດລ່າງ ເສຍ 2 ເທື່ອແລ້ວຄັດອອກ ເອົາທີ 1 ແລະ ທີ 2 ຂອງສາຍເຂົ້າຮອບຕໍ່ໄປ. ສ່ວນຮອບຕໍ່ໆໄປແມ່ນ ແຂ່ງຂັນແບບເສຍແລ້ວຄັດອອກ ເພື່ອໃຫ້ໄດ້ຄູ່ຊີງຊະນະເລີດ.

ຜ່ານການແຂ່ງຂັນມາເປັນເວລາ 2 ວັນເຕັມ ຜົນການແຂ່ງຂັນປາກົດວ່າ: ເປຕັງປະເພດຄູ່ຊາຍ ຊະນະເລີດແມ່ນທີມ ລັດວິສາຫະກິດ ໄຟຟ້າລາວສາຂາແຂວງບໍ່ແກ້ວ ໄດ້ຮັບຂັນກິລາ 1 ໜ່ວຍ ພ້ອມດ້ວຍເງິນສົດ 1,000,000 ກີບ, ຮອງຊະນະເລີດ ແມ່ນທີມ ອົງການ ພັດທະນາ ແລະ ບໍລິຫານຕົວເມືອງ ໄດ້ຮັບຂັນກິລາ 1 ໜ່ວຍ ພ້ອມດ້ວຍເງິນສົດ 800,000 ກີບ, ອັນດັບທີ 3 ແມ່ນທີມ ທະຫານແຂວງ ໄດ້ຮັບຂັນກິລາ 1 ໜ່ວຍ ພ້ອມດ້ວຍເງິນສົດ 600,000 ກີບ ສ່ວນອັນດັບທີ 4 ໄດ້ແກ່ທີມກອງພັນເຄື່ອນທີ່ (ປກສ) ໄດ້ຮັບເງິນສົດ 300.000 ກີບ. ຂະນະທີ່ ເປຕັງປະເພດຄູ່ຍິງ ຊະນະເລີດແມ່ນທີມ ຫ້ອງການສຶກສາທິການ ແລະ ກິລາ ເມືອງຫ້ວຍຊາຍ ໄດ້ຮັບຂັນກິລາ 1 ໜ່ວຍ ພ້ອມດ້ວຍເງິນສົດ 1,000,000 ກີບ, ຮອງຊະນະເລີດ ແມ່ນທີມກວດກາພັກ-ລັດແຂວງ ໄດ້ຮັບຂັນກິລາ 1 ໜ່ວຍ ພ້ອມດ້ວຍ ເງິນສົດ 800,000 ກີບ, ອັນດັບທີ 3 ແມ່ນທີມ ໂຮງຮຽນມປາຍຫ້ວຍຊາຍ ໄດ້ຮັບຂັນກິລາ 1 ໜ່ວຍ ພ້ອມດ້ວຍເງິນສົດ 600,000 ກີບ ສ່ວນອັນດັບທີ 4 ໄດ້ແກ່ທີມອົງການໄອຍະການປະຊາຊົນແຂວງ ໄດ້ຮັບເງິນສົດ 300,000 ກີບ. ໃຫ້ກຽດມອບຂັນລາງວັນຊະນະເລີດ ໄດ້ແກ່ທ່ານ ສົມສັກ ກຳມະນີພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມອບຂັນລາງວັນຮອງຊະນະເລີດ, ລາງວັນທີ 3 ແລະ 4 ແມ່ນບັນດາທ່ານຄະນະພະແນກ ແລະ ຫົວໜ້າຂະແໜງ ພະແນກສຶກສາທິການ ແລະ ກິລາແຂວງ ຕາມລຳດັບຢ່າງມີບັນຍາກາດ ແລະ ສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວ່າງໄວ້

 

ຂ່າວໂດຍ: ບຸນຄົງ ວັນນະສິດ ( ສກຂ ບໍ່ແກ້ວ )

 

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382