
ວັນທີ 1 ທັນວາ 2017 ນີ້ແຂວງບໍ່ແກ້ວ ໄດ້ຈັດຕັ້ງວາງພວງມາລານັກຮົບນິລະນາມຄ້າຍປ່າໄລ່ ບ້ານປ່າອ້ອຍ ນຳພາໂດຍທ່ານ ປະລິນຍາເອກ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະນຳຂອງແຂວງ, ມີບັນດານາຍທະຫານ ແລະ ນາຍຕຳ ຫຼວດ ເນື່ອງໃນໂອກາດວັນສະຖາປະນາ ສ ປປ ລາວຄົບຮອບ 42 ປີ ນີ້ກໍ່ເພື່ອເປັນການໄຫວ້ອາໄລ ເຖິ່ງດວງວິນຍານຜູ້ໄດ້ອຸທິດເລືອດເນື້ອເຫື່ອແຮງຂອງຕົນເຂົ້າຮັບໃຊ້ໜ້າທີ່ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຢ່າງໜັກໜ່ວງດຸເດືອດ ຂ້ຽວຂາດລະອິດລະອ້ຽວ, ຍອມເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຢ່າງພິລະອາດຫານ, ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈາກນັ້ນ ກໍ່ໄດ້ສືບຕໍ່ວາງກະຕ໋າດອກໄມ້ອານຸສາວະລີປະທານໄກສອນ ພົມວິຫານ ວິລະບູລຸດຜູ້ນຳທີ່ແສນເຄົາ ລົບຮັກຂອງປວງຊົນລາວທັງຊາດ ເພື່ອຈາລຶກຄຸນງາມຄວາມດີ ທີ່ທ່ານໄດ້ສະຫຼະເລືອດເນື້ອເພື່ອຊາດ. ພ້ອມນັ້ນ ກໍ່ໄດ້ເຂົ້າຮ່ວມຮັບຟັງ ການປະຖະກາຖາເລົ່າຄືນມູນເຊື້ອວັນຊາດ 2 ທັນວາ ໂດຍການເຂົ້າຮ່ວມຮັບຟັງມີີທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ ມີບັນດາການນຳຂອງແຂວງ-ເມືອງ, ພະນັກງານສະມາຊິກພັກ-ພະນັກງານລັດຖະກອນເຂົ້າຮ່ວມ.
ທ່ານ ຄຳກິ່ງ ເອືອຍມະນີຮັກ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ບໍ່ແກ້ວໄດ້ຮູ້ເຖິ່ງວັນທີ 2 ທັນວາ ເປັນວັນທີ່ມີຄວາມໝາຍສຳຄັນ, ສຳລັບທົ່ວພັກ-ລັດ ແລະ ທົ່ວປວງຊົນລາວ ທັງຊາດເປັນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນຊາດໜຶ່ງ ທີ່ມີປະຫວັດອັນຍາວນານມາຫຼາຍພັນປີ ມີມູນເຊື້ອທີ່ສະຫງ່າອົງອາດກ້າຫານ ແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ ໂດຍສືບທອດມູນເຊື້ອຂອງບັນພະບູລຸດປະຊາຊົນບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ສາມັກ ຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ການຄອບຄອງຂອງພວກ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ ສ້າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດທີ່ເກີດຈາກການຕໍ່ສູ້ເສຍສະຫຼະອັນໃຫ່ຍຫຼວງຂອງປະຊາຊົນບັນດາເຜົ່າ ແມ່ນລັດ ທີ່ມາຈາກປະຊາຊົນ. ທ່ານ ຄຳກິ່ງ ເອືອຍມະນີຮັກ ຮອງເຈົ້າແຂວງໆບໍ່ແກ້ວ ກ່າວອີກວ່າ: ວັນທີ 2 ທັນວາ 1975 ແມ່ນວັນໄຊຊະນະອັນຍິງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ ແມ່ນວັນປະຊາຊົນລາວບັນດາເຜົ່າໄດ້ມີສິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ.
ຂ່າວໂດຍ: ບຸນຈັນ ມະນີໄຊ