bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ VI

ກອງປະຊຸມໄດ້ຮັບຟັງເອກະສານຕ່າງໆດັ່ງນີ້: 1. ບົດສະຫຼຸບວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 2. ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງແນວຄິດທົ່ວປະເທດ 3. ບົດຄໍາເຫັນຂອງເລຂາທິການໃຫຍ່ ແລະ ເອກະສານຕັ້ງໜ້າຜັນຂະຫຍາຍມະຕິວ່າດ້ວຍວຽກງານການເມືອງແນວຄິດ 4. ການຜັນຂະຫຍາຍຜົນສໍາເລັດການຢ້ຽມຢາມລັດຖະກິດຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ 5. ລາຍງານການກໍ່ສ້າງພັກພະນັກງານ ແລະ ການສ້າງ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການປະເມີນລັດຖະກອນປະຈໍາປີ. 6. ການຈັດຕັ້ງປະຕິບັດແຜນຫງົບປະມານຈັດເກັບລາຍຮັບເຂົ້າຫງົບປະມານຂອງລັດ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. 7. ການຈັດຕັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການຄຸ້ມຄອງບັນດາໂຄງການລົງທຶນຂອງລັດ ແລະ ການກະຕຸກຊຸກຍູ້ການຄຸ້ມຄອງໂຄງການພາກເອກະຊົນພາຍໃນ ແລະ ຕ່າງປະເທດຜ່ານລະບົບປະຕູດຽວ, 8. ລາຍງານການຈັດຕັ້ງວາລະແຫ່ງຊາດຕໍ່ກັບການແກ້ໄຂບັນຫາຢາເສບຕິດ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ

 

 

 

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382