bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ຂ່າວການເຜີຍແຜ່ມູນເຊື້ອ ວັນແມ່ຍິງ ສາກົນ ວັນທີ 8 ມີນາ ຄົບຮອບ 113 ປີ

ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຈັດຕັ້ງການເຜີຍແຜ່ມູນເຊື້ອ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 113 ປີ, ວັນສິລະປະແຫ່ງຊາດ ຄົບຮົບ 68 ປີ ໃຫ້ແກ່ພະນັກງານລັດຖະກອນ

ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຈັດຕັ້ງການເຜີຍແຜ່ເນື້ອໃນເອກກະສານມູນເຊື້ອ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 113 ປີ ແລະ ວັນສິລະປະແຫ່ງຊາດ ຄົບຮົບ 68 ປີ ໃຫ້ແກ່ພະນັກງານລັດຖະກອນ ໃນວັນທີ 7 ມີນາ ນິ້;ໂດຍແມ່ນ ທ່ານ ນາງ ຈັນປິງ ໂສລາຖີ ຮອງຫົວໜ້າຫ້ອງວ່າການແຂວງ ທ່ານໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ການກຳເນີດເກີດຂຶ້ນຂອງວັນແມ່ຍິງ ໃນທ່າມກາງທີ່ສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ.ເມື່ອໂຮງຈັກ ໂຮງງານອຸດສາຫະກຳ ຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊ້ຳພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນເພດຍິງ. ຢູ່ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ,ເຮັດວຽກບໍ່ມີການຮັບປະກັນ ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກດູຖູກໜິ່ນປະໝາດ, ຖືກຖືເປັນຄືສິນຄ້າ, ເປັນເຄື່ອງຫລິ້ນ,ຖືກທຸບຕີ,ຖືກຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກ,ໃນເວລາຖືພາ, ເວລາອອກລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ. ຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນ, ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ. ຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ
ໃນວັນທີ 8 ມີນາ 1899, ຊາວກຳມະກອນແມ່ຍິງຢູ່ໂຮງງານຕ່ຳແຜ່ນ ແລະ ຕັດຫຍິບ ທີ່ເມືອງນິວຢອກ ສະຫະລັດອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕ່ຳ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ, ການປະທ້ວງຄັ້ງນັ້ນຖືກຕຳຫຼວດເຂົ້າສະຫຼາຍ ແລະ ຈັບກຸມຈຳນວນໜຶ່ງ. ໃນວັນທີ 8 ມີນາ 1908, ແມ່ຍິງ ຈຳນວນ 15,000 ຄົນ (ໜຶ່ງໝື່ນຫ້າພັນຄົນ) ໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ການເດີນຂະບວນຄັ້ງນີ້ ແມ່ນພາຍໃຕ້ຄໍາຂວັນ:ເຂົ້າຈີ່ ແລະ ດອກກຸຫລາ ເຂົ້າຈີ່ໝາຍເຖິງ: ເສດຖະກິດດີຂຶ້ນ, ດອກກຸຫລາບ ໝາຍເຖິງ: ຄຸນນະພາບຊີວິດດີຂຶ້ນ. ເດືອນ ກຸມພາ 1909 ແມ່ຍິງອາເມລິກາ ໄດ້ຈັດພິທີສະຫຼອງວັນແມ່ຍິງສາກົນ ເປັນເທື່ອທຳອິດ. ແມ່ຍິງໃນເມືອງ ນິວຢອກ 3,000 ຄົນ ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານ ທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ.ການຕໍ່ສູ້ດັ່ງກ່າວ ໄດ້ເປັນການລະດົມນ້ຳໃຈຕໍ່ສູ້ຂອງແມ່ຍິງ ທີ່ຖືກກົດຂີ່ຂູດຮີດ ຢູ່ບັນດາປະເທດໃນທົ່ວໂລກ.ມາເຖິງປີ 1910, ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກ້ວາງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີລົບ ແລະໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ໄດ້ຈັດຂຶ້ນ ຢູ່ໂກເປນຮາກ ນະຄອນຫຼວງ ຂອງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ກອງປະຊຸມດັ່ງກ່າວ ໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ ວັນທີ 8 ມີນາ ແມ່ນເຫດການ-ການ ເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະຜູ້ຊາຍ ເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ ແລະ ວັນສ້າງຕັ້ງສີລະປະການສະແດງແຫ່ງຊາດ ( ວັນທີ 25 ກຸມພາ 1955 25 ກຸມພາ 2023 ) ຄົບຮອບ 60 ປີ,ສະເໜີໂດຍທ່ານ ຄໍາຈັນ ຄໍາສຸພາສິດ ຮອງຫົວໜ້າ ຫ້ອງວ່າການແຂວງ ທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ການເຕີບໃຫຍ່ ຂອງກົມສິລະປະ ການສະແດງ.ກົມສີລະປະການສະແດງ ໄດ້ຖືກສ້າງຕັ້ງຂຶ້ນເມື່ອວັນທີ 25 ພຶດສະພາ 1956 ທີ່ເມືອງວຽງໄຊໃນເບື້ອງຕົ້ນເອີ້ນຊື່ວ່າ: (ກອງສະແດງສີລະປະວັນນະຄະດີ) ແລະ ຕໍ່ມາໄດ້ປ່ຽນຊື່ມາເປັນ (ກອງສີລະປະກອນກອງທັບ) ໃນປີ 1961 ໄດ້ປ່ຽນຊື່ມາເປັນ (ກອງສີລະປະກອນແນວລາວອິດສະຫຼະ)ເຊິ່ງຂື້ນກັບຄວາມຮັບຜິດຊອບຂອງຫ້ອງການ (ຄ ອ ວ)(ໂຄສະນາອົບຮົມວັດທະນະທໍາ). ໃນປີ1876 ໄດ້ປ່ຽນຊື່ມາເປັນ (ກອງສີລະປະກອນສູນກາງ) ຂື້ນກັບຄວາມຮັບຜິດຊອບຂອງກົມສີລະປະກຳ ກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາໃນປີ 2008 ໄດ້ປ່ຽນຊື່ມາເປັນ (ກົມສີລະປະການສະແດງ) ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໃນປີ 2022 ໄດ້ໂຮມກົມວັດທະນະທຳມະຫາຊົນ ແລະ ກົມສິລະປະການສະແດງເຂົ້າກັນປ່ຽນມາເປັນ ( ກົມສິລະປະ-ວັດທະນະທໍາ) ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈົນເຖິງປະຈຸບັນນີ້.ນິ້ກໍ່ເພື່ອແນ່ໃສ່ເຮັດໃຫ້ພະນັກງານລັດຖະກອນໄດ້ຮັບຮູ້ເຂົ້າໃຈເຖິງມູນເຊື້ອ ປະຫວັຄວາມເປັນມາແລະການເຕີບໃຫຍ່ຂະຫຍາຍຕົວຂອງສອງວັນດັ່ກ່າວຜົນງານແລະທິດທາງວຽກງານຈຸດສຸມໃໃນຕໍ່ໜ້າ.
ຂ່າວ: ເງິນຫຼົງ ຈິດພູວົງ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382