bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ແຂວງ ບໍ່ແກ້ວ ສະຫຼູບຕີລາຄາການເຄື່ອນໄຫວວຽກງານກວດກາປະຈຳປີ 2022 ວາງແຜນຈຸດສຸມປີ 2023

ກອງປະຊຸມສະຫຼູບຕີລາຄາການເຄື່ອນໄຫວວຽກງານກວດກາປະຈຳປີ 2022 ວາງແຜນຈຸດສຸມປີ 2023 ຢູ່ແຂວງບໍ່ແກ້ວ ແມ່ນໄດ້ດຳເນີນຂຶ້ນຢ່າງເປັນທາງການ ໃນວັນທີ 9-10 ມີນາ 2023ນີ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ ໂດຍການເປັນປະທ່ານຂອງ ທ່ານ ສຸກຂະຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທ່ານກວດກາພັກ-ລັດ ແຂວງບໍ່ແກ້ວ ເປັນກຽດເຂົ້າຮ່ວມຂອງ ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດພັກ-ພະນັກງານ ມີຄະນປະຈຳພັກແຂວງ ກຳມະການພັກແຂວງ ເຈົ້າເມືອງ 5 ເມືອງ ຫົວໜ້າພະແນກ ອົງການທຽບເທົ່າ ຄະນະກວດກາຈາກພະແນກການອ້ອມຂ້າງແຂວງ ແລະ ບັນດາເມືອງເຂົ້້າຮ່ວມ.
ຜົນສໍາເລັດໃນການຕິດຕາມ-ກວດກາ ຕາມພາລະບົດບາດ ຂອງຄະນະກວດກາພັກ-ລັດແຕ່ລະຂັ້ນ ສະເພາະໃນປີ 2022 ເຫັນວ່າ ໃນ 662 ໜ່ວຍພັກ ໄດ້ປະເມີນແລ້ວ 620 ໜ່ວຍພັກ ໃນນັ້ນໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 483 ໜ່ວຍພັກ ຂອງຈໍານວນໜ່ວຍພັກທີ່ໄດ້ຮັບການປະເມີນ; ສໍາລັບສະມາຊິກພັກທົ່ວແຂວງ ມີ 10.815 ສະຫາຍ, ຍິງ 3.007 ສະຫາຍ ໃນນີ້ສະມາຊິກພັກສໍາຮອງ 838 ສະຫາຍ, ຍິງ 245 ສະຫາຍ. ຈໍານວນສະມາຊິກພັກທີ່ໄດ້ຮັບການຕີລາຄາຈັດແບ່ງປະເພດແຕ່ລະປະເພດມີຄື : ປະເພດແຂງ 7.923 ສະຫາຍ, ຍິງ 2.414, ປະເພດກາງ 593, ຍິງ 129, ປະເພດອ່ອນ 5, ຍິງ 0 ສະຫາຍ, ບໍ່ໄດ້ຈັດປະເພດ 2.294 ສະຫາຍ, ຍິງ 464 ສະຫາຍ. ການປະຕິບັດວິໄນຕໍ່ບຸກຄົນກໍາມະການຄະນະພັກ, ສະມາຊິກພັກ ທີ່ມີການລະເມີດມີຈໍານວນທັງໝົດ 20 ສະຫາຍ, ຍິງ 2 ສະຫາຍ ຮູບການວິໄນຈໍານວນ 3 ຂັ້ນ ຄື: ໂຈະຮ່ວມຊີວິດພັກ 5 ສະຫາຍ, ເອົາອອກຈາກພັກ 11 ສະຫາຍ, ຍິງ 2 ສະຫາຍ, ລຶບຊື່ອອກຈາກພັກ 4 ສະຫາຍ, ບັນຫາທີ່ພົ້ນເດັ່ນຂອງການລະເມີດແມ່ນທາງດ້ານຄື: ສວຍໃຊ້ໜ້າທີ່ຕໍາແໜ່ງ, ຄ້າຂາຍຢາເສບຕິດ, ມີຢາເສບຕິດໄວ້ຄອບຄອງ, ຂາດປະຈໍາການ, ນັກໂທດໂຕນໜີອອກຈາກບ່ອນຄຸມຄັງ,ການສໍາຫຼວດ-ຂຸດຄົ້ນແຮ່ທາດ ແລະອື່ນໆ, ເຊິ່ງປີ 2022 ແຂວງບໍ່ແກ້ວ ມີ 118 ໂຄງການລົງທຶນຂອງລັດມູນຄ່າ 16,66 ຕື້ກີບ, ສໍາເລັດ 107 ໂຄງການ ແລະ ພວມສືບຕໍ່ຈັດຕັ້ງປະຕິບັດ 11 ໂຄງການ; ໃນນີ້ໄດ້ຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 3 ໂຄງການມູນຄ່າ 106 ຕື້ກວ່າກີບ, ຕິດຕາມ, ຊຸກຍູ້ ການດໍາເນີນກິດຈະການໂຮງໂມ້ຫີນ 5 ແຫ່ງ ແລະ 16 ຫົວໜ່ວຍຂຸດຄົ້ນແຮ່-ຊາຍ ຕາມລໍາແມ່ນໍ້າຂອງ.ຕໍ່ກັບສະພາບໃນການກວດກາໂຄງການລົງທຶຂອງລັດ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ ເລກທີ 130/ຫສນຍ ແມ່ນສົມທົບກັບສູນກາງກວດກາໂຄງການທີ່ມີມູນຄ່າ 10 ຕື້ກີບຂຶ້ນ ແລະ 10 ຕື້ກີບລົງ, ສໍາເລັດແລ້ວ 82 ໂຄງການ ໃນຈໍານວນ 100 ໂຄງການ. ເອົາໃຈໃສ່ຍົກລະດັບມາຕະຫຼອດ, ໂດຍໄດ້ນໍາເອົາບັນດານິຕິກໍາກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທີ່ສ້າງ ແລະ ປັບປຸງໃໝ່ໄປຈັດຕັ້ງເຊື່ອມຊຶມ, ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຢ່າງກ້ວາງຂວາງ. ການພິຈາລະນາ ຕໍ່ຄໍາຮ້ອງ-ຄໍາສະເໜີ, ການແກ້ໄຂຜົນການກວດກາ ແລະ ຕາມຜົນການກວດສອບ.ໃນ 1 ປີຜ່ານມາໄດ້ຮັບຄໍາຮ້ອງ ແລະ ຄໍາສະເໜີ 14 ສະບັບ, ໃນນັ້ນ ໄດ້ນໍາພາ-ຊີ້ນໍາຄົ້ນຄວ້າພິຈາລະນາແກ້ໄຂແລ້ວ 6 ສະບັບ, ສົ່ງໃຫ້ພາກສ່ວນອື່ນແກ້ໄຂ 8 ສະບັບ, ຄໍາຮ້ອງ-ຄໍາສະເໜີ ທີ່ພົ້ນເດັ່ນກວ່າໝູ່ແມ່ນບັນຫາຫາງສຽງທີ່ມີຕໍ່ການຊີ້ນໍາ-ນໍາພາ ຂອງຄະນະພັກ, ຄະນະນໍາທີ່ຢູ່ໃນຂົງເຂດພັກພະນັກງານ, ການປະຕິບັດໜ້າທີ່ວຽກງານຂອງເຈົ້າໜ້າທີ່ຂົງເຂດ ປກຊ-ປກສ, ຂໍ້ຂັດແຍ່ງກ່ຽວຂ້ອງກັບການຊົດເຊີຍທີ່ດິນ ຂອງປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການຂອງລັດ ແລະ ບັນຫາອື່ນໆ. ກວດກາ ຕາມຜົນການກວດສອບ ປະຈຳປີ 2020 ມີ 5 ກໍລະນີ; ສະເພາະປີ 2021 ອົງການກວດສອບປະຈຳພາກເໜືອ ໄດ້ສະ ໜອງຂໍ້ມູນໃຫ້ກວດຄືນ ມີ 5 ກໍລະນີ (ປັດຈຸບັນພວມລົງເຄື່ອນໄຫວກວດກາ), ໄດ້ຊຸກຍູ້ ແກ້ໄຂກໍລະນີທີ່ຍັງຄ້າງ (ແກ້ໄຂບໍ່ຂາດຕົວ) ການກວດກາ ຕາມຜົນການກວດສອບປີ 2018 ມີ 2 ກໍລະນີ, ປີ 2019 ມີ 1 ກໍລະນີ, ຊຸກຍູ້ການແກ້ໄຂຕາມຜົນການກວດສອບ ຕາມມະຕິສະພາປະຊາຊົນແຂວງ ເລກທີ 06/ສພຂ ທີ່ແກ້ໄຂບໍ່ທັນຂາດຕົວ ມີ 7 ກໍລະນີ; ຊຸກຍູ້ການແກ້ໄຂຕາມຄຳແນະນຳ ຂອງອົງການກວດສອບພາກເໜືອ ປະຈຳປີ 2020 ທີ່ແກ້ໄຂບໍ່ທັນຂາດຕົວ ມີ 8 ກໍລະນີ, ບໍ່ໄດ້ຮັບການແກ້ໄຂ ມີ 1 ກໍລະນີ; ຊຸກຍູ້ການແກ້ໄຂຕາມຜົນການກວດສອບ ປີ 2021 ມີທັງໝົດ 14 ກໍລະນີ.
ກອງປະຊຸມໄດ້ຜ່ານເອກກະສານສຳຄັນຂອງພັກ-ລັດຈຳນວນໜຶ່ງ ພ້ອມນັ້ນຜູ້ເຂົ້າຮ່ວມປະກອບຄຳເຫັນຕາມການເຈາະຈິ້ມຂອງຄະນະກວດກາສົ່ງມາເພື່ອຊີ້ແຈ້ງສະພາບການຈັດຕັ້ງປະຕິບັດວຽກງານໃນຂົງເຂດຕົນຮັບຜິເຊອບ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382