bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ເອກອັກຄາຣາຊາທູດຍີ່ປູນປະຈໍາລາວ ເຂົ້າພົບປະຢ້ຽມຢາມ ເຈົ້າແຂວງບໍ່ແກ້ວ

ຕອນບ່າຍຂອງວັນທີ 10 ພຶດສະພາ 2023 ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂນພັກແຂວງ ເຈົ້າແຂວງໆ ບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ຕອນຮັບການມາພົບປະຢ້ຽມຢາມ ຂອງທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊາທູດຍີ່ປຸ່ນ ປະຈໍາລາວ ພ້ອມດ້ວຍຄະນະ ຢູ່ທີ່ຫ້ອງຮັບແຂກຂອງຫ້ອງວ່າການແຂວງ. ໃນໂອກາດທີ່ທ່ານທູດຍີ່ປຸ່ນ ໄດ້ມາຢ້ຽມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ທ່ານເຈົ້າແຂວງໆ ບໍ່ແກ້ວ ກໍ່ໄດ້ສະແດງຄວາມຍີນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ລາຍງານສະພາບການຂອງແຂວງບໍ່ແກ້ວໂດຍຍໍ້ ຕໍ່ທ່ານທູດຍີ່ປຸ່ນ ເພື່ອເປັນຂໍ້ມູນ ໃນການມາເຮັດຄັ້ງນີ້,ແຂວງບໍ່ແກ້ວຕັ້ງຢູ່ທິດຕາເວັນຕົກສ່ຽງເຫນືອຂອງສປປລາວ, ມີເນື້ອທີ່ 6.196 ກິໂລຕາແມັດ, ມີເນື້ອທີ່ພູດອຍກວມ 70% ຂອງເນື້ອທີ່ທັງຫມົດ,ມີຊາຍແດນຕິດຈອດ ຄື: ທິດຕາເວັນຕົກ ຕິດກັບລາຊະອານາຈັກໄທ ຍາວ 145 ກິໂລແມັດ; ທິດເຫນືອ ຕິດກັບ ປະເທດມຽນມາຍາວ 98 ກິໂລ ແມັດ; ທິດຕາເວັນອອກຕິດກັບແຂວງຫຼວງນໍ້າທາ, ແຂວງອຸດົມ ໄຊ ແລະທິດໃຕ້ຕິດກັບແຂວງໄຊຍະບູລີ. ເປັນແຂວງທີ່ມີປະຕູທາງຜ່ານເຂົ້າ-ອອກ:ມີດ່ານສາກົນ 3 ແຫ່ງ ຄື: ດ່ານ ສາກົນຂົວມິດຕະພາບ ລາວ - ໄທ ແຫ່ງທີ 4, ດ່ານສາກົນບ້ານມອມ ແລະ ດ່ານສາກົນ ສາມຫຼ່ຽມຄໍາ. ມີເສັ້ນທາງ R3 ເປັນທາງຜ່ານລະດັບອະນຸພາກພື້ນ ທີ່ມີຈຸດເຊື່ອມຕໍ່ແຂວງຊຽງ ຮາຍ ປະເທດໄທ ຜ່ານແຂວງບໍ່ແກ້ວໄປຫາແຂວງຫຼວງນໍ້າທາ ອອກໄປສູ່ແຂວງຢູນນານ ສປຈີນ; ມີແມ່ນໍ້າຂອງເປັນເສັ້ນທາງຂົນສົ່ງທາງນໍ້າທີ່ສໍາຄັນ ເຊື່ອມຕໍ່ລາວ, ໄທ, ມຽນມາ ຫາ ສປຈີນ; ມີ ເຂດເສດຖະກິດພິເສດສາມຫຼ່ຽມຄໍາເປັນເງື່ອນໄຂຕໍ່ກັບການຄ້າ-ການລົງທຶນ, ການທ່ອງທ່ຽວ ເຊື່ອມໂຍງເສດຖະກິດຊາຍແດນ (ລາວ, ໄທ, ມຽນມາ ແລະ ສປຈີນ). ພ້ອມກັນນັ້ນ, ຍັງມີ ທົ່ງພຽງຈໍານວນຫນື່ງທີ່ເຫມາະສົມແກ່ການຜະລິດສິນຄ້າກະສິກໍາ, ມີແມ່ນໍ້າຫຼາຍສາຍສາມາດກໍ່ສ້າງ ເຂື່ອນໄຟຟ້າຂະຫນາດນ້ອຍ, ຂະຫນາດກາງ. ປະກອບມີ 5 ເມືອງ; ມີຈໍານວນ 248 ບ້ານ, ມີ 38.179 ຄົວ ເຮືອນ;ມີພົນລະເມືອງ ທັງຫມົດ 225.066 ຄົນ, ຍິງ 110.716 ຄົນ; ມີ 13 ຊົນເຜົ່າ; ຄວາມຫນ າແຫນ້ນຂອງພົນລະ ເມືອງສະເລ່ຍ 36 ຄົນ/ກິໂລຕາແມັດ. ໂດຍອີງໃສ່ສະພາບຈຸດພິເສດ, ທ່າແຮງຂອງແຂວງບໍ່ແກ້ວ ວາງຍຸດທະສາດ ຈະສຸມໃສ່ຄື: (1) ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ຫນັກແຫນ້ນ, ສັງຄົມມີຄວາມ ສະຫງົບ ເພື່ອຮັບປະກັນໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ; (2) ພັດທະນາຄົມມະນາຄົມ-ຂົນສົ່ງທີ່ມີຄຸນະພາບເຊື່ອມຕິດພັນກັບ ການພັດທະນາ ການທ່ອງທ່ຽວທີ່ຍືນຍົງ ເຊື່ອມຕໍ່ປະເທດໃກ້ຄຽງ ແລະ ພາກເຫນືອຂອງລາວ; (3) ພັດທະນາການທ່ອງທ່ຽວທີ່ຍືນຍົງ ເຊື່ອມຕໍ່ປະເທດໃກ້ຄຽງ ແລະ ພາກເຫນືອຂອງລາວ.;(4) ຜະລິດສິນຄ້າກະສິກໍາສະອາດຍື່ນຍົງ ເພື່ອສະຫນອງຄວາມຕ້ອງການຂອງການຊົມໃຊ້ ພາຍໃນ ແລະ ເປັນສິນຄ້າສົ່ງອອກ. (5) ພັດທະນາພະລັງງານໄຟຟ້າເພື່ອສະຫນອງໃຫ້ແກ່ການຊົມໃຊ້ພາຍໃນ ແລະ ເປັນຂາອອກ. (6) ຊຸກຍູ້ສົ່ງເສີມການພັດທະນາເຂດເສດຖະກິດພິເສດສາມຫຼຽມຄໍາ ໃຫ້ເປັນຫົວແມ່ ເຫຼັກດຶງເສດຖະ ກິດຂອງແຂວງໃຫ້ມີການຂະຫຍາຍຕົວ;

ໃນໄລຍະຜ່ານມາ ແຂວງບໍ່ແກ້ວ ກໍ່ຍັງໄດ້ຮັບ ການອູ້ມຊູຊ່ວຍເຫຼືອ ຈາກລັດຖະບານ ຍີ່ປຸ່ນ ໃນຫຼາຍໆໂຄງການ ເປັນຕົ້ນ: 1). ໂຄງການກໍ່ສ້າງຂົວເບເລໃຫມ່ທົດແທນຂົວຈົມເກົ່ານໍ້າອອງ ບ້ານສີໂພໄຊ ມີຄວາມຍາວ 24,38ແມັດ, ມູນຄ່າ 96,357 ໂດລາ. 2). ໂຄງການກໍ່ສ້າງ ຂົວເບເລໃຫມ່ທົດແທນຂົວຈົມເກົ່ານໍ້ຄໍາ ຫາ ບ້ານຈອມຈຸກ ເມືອງຫ້ວຍ ຊາຍມີຄວາມຍາວ 18,29 ແມັດ ມູນຄ່າ 86,288 ໂດລາ. 3). ໂຄງການກໍ່ສ້າງທໍ່ລ່ຽມ ຢູ່ບ້ານນໍ້າຕິນ ເມືອງຫ້ວຍຊາຍ ມີຄວາມຍາວ 7 ແມັດ ມູນຄ່າ 80,381 ໂດລາ. 4). ໂຄງການກໍ່ສ້າງອາຄານຮຽນ 6 ຫ້ອງ ລວມມີເຟີນີເຈີຄົບຊຸດ ໂຮງຮຽນປະຖົມສົມບູນ ແກ່ນຄໍາ ເມືອງ ຜາອຸດົມ ມູນຄ່າ 73,266 ໂດລາ. 5). ໂຄງການກໍ່ສ້າງອາຄານຮຽນ 6 ຫ້ອງຮຽນ, 2 ຫ້ອງນ້ໍານອກ ລວມເຟີນິເຈີຄົບຊຸດ ໂຮງຮຽນ ມັດທະຍົມຕອນຕົ້ນ ນໍ້າຈ້ວມ ເມືອງຫ້ວຍ ມູນຄ່າ 88,489 ໂດລາ. 6). ໂຄງການກໍ່ສ້າງອາຄານຮຽນ 5 ຫ້ອງ ລວມເຟີນີເຈີຄົບຊຸດ ໂຮງຮຽນປະຖົມສົມບູນ ວຽງ ພັດທະນາ ເມືອງ ຜາອຸດົມ ມູນຄ່າ 81,474 ໂດລາ. 7). ໂຄງການກໍ່ສ້າງອາຄານຮຽນ 6 ຫ້ອງຮຽນ ລວມເຟີນິເຈີຄົບຊຸດ ໂຮງຮຽນປະຖົມສົມບູນ ນໍ້າສະຫມອກ ເມືອງຫ້ວຍຊາຍ ມູນຄ່າ 87,828 ໂດລາ. 8). ໂຄງການສົ່ງເສີມເຕັກໂນໂລຊີການປູກງາດໍາປອດສັດຕູພືດ ຂອງສະມາຄົມໂຕກິດສຶ (Togitsu) ຢູ່ເມືອງຜາອຸດົມ ທຶນຊ່ວຍເຫຼືອຈາກອົງການ JICA ມູນຄ່າ 70,000 ໂດລາ. ຈາກນັ້ນທັງສອງຝ່າຍກໍ່ໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນ ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງສອງຊາດ ກໍ່ຄືແຂວງບໍ່ແກ້ວ ໃຫ້ຍືນຍາວ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ.

 

 

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382