ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ບໍ່ແກ້ວ ສະໄໝທີ VI ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 13 ມິຖູນາ 2023 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຜູ້ຊີ້ນຳແຂວງບໍ່ແກ້ວ. ມີບັນດາສະຫາຍ ແຂກເຊີນ ຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າການສູນກາງພັກ, ມີສະຫາຍເລຂາພັກແຂວງ, ບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານພັກເມືອງ 5 ເມືອງ, ຄະນະບໍລິຫານງານພັກ ສອງກອງບັນຊາ ປກຊ-ປກສ ແຂວງ.
ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້້າແຂວງບໍ່ແກ້ວ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ບໍ່ແກ້ວ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ ເຊິ່ງຈະໄດ້ລົງເລິກສັງເກດຕີລາຄາບັນດາ ຜົນສຳເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເວົ້າລວມ, ເວົ້າສະເພາະ ແມ່ນການນຳພາ-ຊີ້ນຳ ຢ່າງຮອບດ້ານຂອງຄະນະບໍລິຫານງານພັກແຂວງ ຕະຫຼອດໄລຍະກາງສະໄໝ ແຕ່ປີ 2021 - 2023 ກໍ່ຄືໃນ ໄລຍະ 2 ປີເຄິ່ງທີ່ຜ່ານມາ, ຍົກໃຫ້ເຫັນ ດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງ ຄົ້ນຄວ້າ, ກຳນົດທິດທາງແຜນການ ແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງແຂວງ ໄປຄຽງຄູ່ກັບ ການກຳນົດວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດທີ່ຊັດເຈນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງແຂວງ ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ ຍັງເປັນການກວດກາຄືນຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຄະນະບໍລິຫານງານພັກແຂວງ ຕໍ່ອັນລວມ ແລະ ອັນສະເພາະ ຂອງບຸກຄົນ ເພື່ອແນໃສ່ເສີມຂະຫຍາຍດ້ານດີ ແລະ ປັບປຸງດ້ານອ່ອນ- ຂໍ້ຄົງຄ້າງໃຫ້ດີຂຶ້ນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງບັນລຸຕາມຄາດໝາຍທີ່ວາງໄວ້ ພ້ອມທັງເປັນ ການຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າຂອງຄະນະພັກໃຫ້ດີຂຶ້ນ. ກອງປະຊຸມຫຍັງໄດ້ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດຖານຄະນະບໍລິຫານງານພັກແຂວງ, ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກແຂວງ ແລະ ບັນດາທ່ານຜູ້ແທນກອງປະຊຸມ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຜູ້ຊີ້ນຳແຂວງບໍ່ແກ້ວ. ໄດ້ເນັ້ນໜັກໃຫ້ບັນດາຜູ້ແທນກອງປະຊຸມ ເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈີງ, ຍຶດໝັ້ນຕາມຫລັກການ, ກົດລະບຽບ ແລະ ທັດສະນະ ຂອງພັກຢ່າງຖືກຕ້ອງ. ທີ່ສຳຄັນແມ່ນຕ້ອງຫລີກລ່ຽງການມີທັດສະນະອະຄະຕິສ່ວນຕົວ ເພື່ອເປັນການໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫລື ຕໍ່ການຈັດຕັ້ງໃດໜຶ່ງຕໍ່ການນໍາພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນ ທີ່ຈະພາໃຫ້ບຸກຄົນ ຫລື ການຈັດຕັ້ງນັ້ນໆມີການເສື່ອມເສຍ, ການຕຳນິສົ່ງຂ່າວ ຕ້ອງມີລັກສະນະທີ່ສ້າງສັນ ຮັບປະກັນເຮັດໃຫ້ບຸກຄົນ, ຄະນະພັກດັ່ງກ່າວໄດ້ຮັບຮູ້ ແລ້ວນໍາເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນໃນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປັບປຸງຕົນເອງ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ.
ວາລະດຳເນີນກອງປະຊຸມ ຍັງໄດ້ມີການປ່ອນບັດທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງສະໄໝທີ VI ພ້ອມທັງຈະໄດ້ດຳເນີນກອງປະຊຸມເປີດກວ້າງ ຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງສະໄໝທີ VI ແລະ ກອງປະຊຸມ ພາຍໃນຄະນະບໍລິຫານງານພັກແຂວງ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 16 ມິຖຸນາ 2023 ຈຶ່ງສຳເລັດ.