bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ທ່ານເຈົ້າແຂວງຕ້ອນຮັບການມາຢ້ຽມຢາມຂອງລັດຖະມົນຕີກະຊວງສາທາລະນະສຸກ

ໃນຕອນເຊົ້າວັນທີ 4 ພະຈິກ 2023ນີ້ ທ່ານ ປອ ດຣ ບູນແຝງ ພູມມະໄລສິດ ກໍາມະການສູນການພັກລັດຖະມົນຕີກະຊວງສາທາລະນະສຸກທິມງານຄະນະນໍາກະຊວງສາທາລະນະສຸກພ້ອມດ້ວຍອົງການສາກົນ,ເຂົ້າພົບ ແລະ ຢ້ຽມຢາມທ່ານ ປອ ບົວຄົງ ນາມມະວົງກໍາມະການສູນການພັກເລຂາພັກແຂວງເຈົ້າແຂວງໆບໍ່ແກ້ວທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ເຊິ່ງທ່ານພ້ອມດ້ວຍຄະນະໄດ້ຕ້ອນຮັບຢ່າງອົບອຸ່ນ
ໃນການລົງເຄື່ອນໄຫວເຮັດວຽກຂອງລັດຖະມົນຕີຖະຊວງສາທາລະນະສຸກຢໃນຄັ້ງນີ້ແມ່ນໄດ້ຕິດຕາມ ແລະ ຊຸກຍູ້ວຽກງານສາທາລະນະສຸກຢູ່ 3 ເມືອງຄື: ບັນດາໂຮງໜໍຊຸມຊົນເມືືອງຜາອຸດົມ,ໂຮງໜໍຊຸມຊົນເມືອງປາກທາ,ໂຮງໜໍເຂດເສດຖະກິດສາມຫຼ່ຽມຄໍາ ແລະ ພ້ອມທັງຕິດຕາມແຜນການພັດທະນາວຽກງານສາທາລະນະສຸກເຊັ່ນ:ການປິ່ນປົວ,ການບໍລິການດ້ານສາທາລະນະສຸກ,ວຽກງານແມ່ ແລະ ເດັກ,ການເຂົ້າເຖິງດ້ານສາທາລະນະສຸກຂອງພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງບໍ່ແກ້ວ.
ທ່ານເຈົ້າແຂວງບໍ່ແກ້ວໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງລັດຖະມົນຕີກະຊວງສາທາລະນະສຸກທິມງານຄະນະນໍາກະຊວງສາທາລະນະສຸກພ້ອມດ້ວຍອົງການສາກົນທີ່ໃຫ້ຄວາມເປັນຫ່ວງເປັນໄຍວຽກງານສາທາລະນະສຸກຢູ່ແຂວງບໍ່ແກ້ວ,ພ້ອມທັງສະເໜີບາງບັນຫາກ່ຽວກັບຍາດແຍ່ງທຶນຊ່ວຍເຫຼຶອຈາກອົງການສາກົນໃນການລົງຊຸກຍູ້ວຽກງານສາທາລະນະສຸກຢູ່ໂຮງໜໍເມືອງຕົ້ນເຜີ້ງ ແລະ ໂຮງໜໍຊຸມຊົນແຫ່ງຕ່າງໆໃຫ້ມີຄວາມທັນສະໄໝຂຶ້ນເພື່ອຮອງຮັບການບໍລິການຄົນເຈັບທັງພາຍໃນແລະ ຕ່າງປະເທດໃຫ້ໄດ້ຄຸນນະພາບດີຂື້ນກ່ວາເກົ່າ.

 

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382