bonus new member 100

ການເຄື່ອນໄຫວຂອງຫ້ອງວ່າການ ແຂວງບໍ່ແກ້ວ

ພິທີພົບປະ ແລກປ່ຽນບົດຮຽນ ວຽກງານຫ້ອງວ່າການ ລະຫວ່າງ 2 ຫ້ອງວ່າການ ແຂວງຫົວພັນ - ບໍ່ແກ້ວ

ໃນລະຫວ່າງວັນທີ 11-12 ກັນຍາ 2016 ຫ້ອງວ່າການແຂວງບໍ່ແກ້ວ ໄດ້ເດີນທາງໄປແຂວງຫົວພັນ ເພື່ອພົບປະ ແລກປ່ຽນບົດຮຽນ ວຽກງານຫ້ອງວ່າການ, ຊຶ່ງນຳພາໂດຍທ່ານ ເພັງສອນ ແກ້ວວິໄລ ຫົວໜ້າຫ້ອງວ່າການ ແຂວງບໍ່ແກ້ວ ພ້ອມດ້ວຍພະນັກງານ ຫ້ອງວ່າການແຂວງ ທັງໝົດ 17 ທ່ານ. ໃຫ້ກຽດຕ້ອນຮັບ ໂດຍທ່ານ ຮອງຫົວໜ້າ ຫ້ອງວ່າການ ແຂວງຫົວພັນ ພ້ອມດ້ວຍພະນັກງານຂອງແຂວງ.

ໃນການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ສຸມໃສ່ແລກປ່ຽນບາງບົດຮຽນທີ່ສຳຄັນ ເປັນຕົ້ນ ການເປັນເສນາທິການ ໃນການກະກຽມສ້າງແຜນການ ແລະ ໂຄງການເຮັດວຽກ ໃຫ້ແກ່ການນຳ, ການຄົ້ນຄວ້າສັງລວມ ແລະ ສະໜອງຂໍ້ມູນຂ່າວສານທີ່ຈຳເປັນ ໃຫ້ແກ່ການນຳ, ການຍົກສູງຄຸນນະພາບ ແລະ ຄວາມຮັບຜິດຊອບ ໃນການຄົ້ນຄວ້າຕົກລົງບັນຫາຕ່າງໆ, ການຊ່ວຍການນຳ ໃນການປະຊາສຳພັນ ແລະ ແກ້ໄຂຄຳສະເໜີ ຂອງຂັ້ນລຸ່ມ ແລະ ປະຊາຊົນຕໍ່ການນຳ, ການຄຸ້ມຄອງວຽກງານສາລະບານເອກະສານ, ການປະສານສົມທົບກະກຽມ ບົດຄຳເຫັນ-ບົດໂອ້ລົມຕ່າງໆ ໃຫ້ການນຳ, ການຕອບສະໜອງພາຫະນະ ວັດຖຸ-ອຸປະກອນ ແລະ ງົບປະມານ ໃນການຮັບໃຊ້ການເຄື່ອນໄຫວ ວຽກງານຕ່າງໆຂອງການນຳ, ກ່ຽວກັບລະບົບການຈໍລະຈອນເອກະສານ ແລະ ວຽກງານອື່ນໆ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ. ເຊິ່ງທັງສອງຝ່າຍ ກໍ່ໄດ້ລາຍງານໃຫ້ຊາບ ການຈັດຕັ້ງປະຕິບັດວຽກງານໃນຂົງເຂດຂອງຕົນ ໃນໄລຍະຜ່ານມາ ພ້ອມທັງດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໂດຍຫວັງຢ່າງຍິ່ງວ່າ ການແລກປ່ຽນບົດຮຽນໃນຄັ້ງນີ້ ຈະສາມາດນຳໄປໝູນໃຊ້ໃນຂົງເຂດວຽກງານຂອງຕົນ ໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດໃນຕໍ່ໜ້າ.

ໃນໂອກາດກ່າວ ຄະນະທີມງານກໍໄດ້ໄປຢ້ຽມຢາມ ຖ້ຳຂອງທ່ານຜູ້ນຳ ໃນສະໄໝຕໍ່ສູ້ກູ້ຊາດ ຢູ່ທີ່ເມືອງວຽງໄຊ ແລະ ໃນຕອນແລງ ຂອງວັນດຽວກັນ ທັງສອງຄະນະ ຍັງໄດ້ຫຼິ້ນກິລາ ເພື່ອເປັນການຫັດແໜ້ນ ຄວາມສາມັກຄີ ລະຫວ່າງ ແຂວງຫົວພັນ ແລະ ແຂວງບໍ່ແກ້ວ.
- ແຫຼ່ງຂ່າວ: ຫ້ອງວ່າການແຂວງບໍ່ແກ້ວ

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382