ກອງປະຊຸມພົບປະ ແລກປ່ຽນວຽກງານ ຫ້ອງວ່າການ ແຂວງບໍ່ແກ້ວ ແລະ ແຂວງຊຽງຂວາງ ໄດ້ຈັດຂື້ນ ໃນຕອນບ່າຍວັນທີ 4 ສິງຫາ ນີ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ, ເຂົ້າຮ່ວມມີທ່ານ ເພັງສອນ ແກ້ວວິໄລ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການ ແຂວງບໍ່ແກ້ວ, ທ່ານ ວຽງທອງ ບຸນທະພອນ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາຮອງຫົວໜ້າຫ້ອງວ່າການແຂວງ, ຫົວໜ້າ/ຮອງຫົວຂະແໜງ, ພະນັກງານ ວິຊາການຫ້ອງວ່າການແຂວງ ບໍ່ແກ້ວ ແລະ ຊຽງຂວາງເຂົ້າຮ່ວມ.
ກອງປະຊຸມ ທັງສອງຝ່າຍ ໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງວ່າການແຂວງ ໃຫ້ຮັບຊາບ ເພື່ອຖອດຖອນບົດຮຽນ ແລກປ່ຽນເຊິ່ງກັນ ແລະ ກັນ ໃນຫຼາຍດ້ານ ເປັນຕົ້ນແມ່ນ, ດ້ານເນື້ອໃນການຂຽນບົດຄວາມຕ່າງໆ, ການບໍລິຫານງານຮັບໃຊ້ການນຳ, ລະບົບການປະສານງານ ກັບ ພະແນກການ, ຂັ້ນເມືອງ, ການສັງລວມວຽກພັກ ແລະ ວຽກລັດ, ການເປັນເສນາທິການ ໃຫ້ແກ່ຂັ້ນເທິງ, ການສັງລວມວຽກງານ ຂອງບັນດາພະແນກການ ລາຍງານໃຫ້ຂັ້ນເທິງ, ການບໍລິຫານ ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວ ຂອງການນຳ, ການປະຕິບັດ ນະໂຍບາຍຂອງພະນັກງານ, ວຽກງານການເງີນ, ວຽກງານຂາອອກ-ຂາເຂົ້າ, ການບໍລິຫານງານ ແບ່ງຄວາມຮັບຜິດຊອບ ໜ້າວຽກຂອງແຕ່ລະຄົນ ແລະ ການກະກຽມ ດ້ານພິທີການຕ່າງໆ, ກອງປະຊຸມ ແລະ ວຽກງານສຳຄັນຂອງແຂວງ ເພື່ອເຮັດໃຫ້ວຽກງານ ຂອງຫ້ອງວ່າການແຂວງ 2 ແຂວງ ບໍ່ແກ້ວ - ຊຽງຂວາງມີຄວາມສະດວກ, ວ່ອງໄວ, ມີປະສິດທິພາບ ໃນການເປັນເສນາທິການ ໃຫ້ແກ່ຂັ້ນເທິງ.