ການປະຕິບັດນະໂຍບາຍ ເງິນອຸດໜູນເສຍສະຫຼະຊີວິດ ປະຈຳປີ 2017
ຕອນເຊົ້າ ວັນທີ 12 ກໍລະກົດ 2017 ນີ້, ຢູ່ທີ່ ສະໂມສອນ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບເງີນນະໂຍບາຍອຸດໜູນ ໃຫ້ແກ່ ຄອບຄົວຜູ້ທີ່ເສຍສະຫຼະຊີວິດ ຮັບໃຊ້ຊາດໃນປາງສົງຄາມ.ເຂົ້າຮ່ວມມີທ່ານ ພົງສະຫວັນ ປັນຍາສັກ ຮອງເລຂາພັກເມືອງ ຮອງເຈົ້າເມືອງ,ທ່ານ ຈອມສີ ລັດຕະນະປັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆບໍ່ແກ້ວ, ທ່ານພະຫົນພົມປັນຍາ ຫົວໜ້ພະແນກ ແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ,ມີບັນດາຄະນະການນຳຂອງເມືອງ,ພະນັກງານບຳນານ,ພະນັກງານເສຍອົງຄະ,ຕະຫຼອດຮອດ ຕາງໜ້າ ຄອບຄົວ ຜູ້ເສຍສະຫຼະ...