ເມືອງເກົ່າສຸວັນນະໂຄມຄຳ

ເມືອງເກົ່າສຸວັນນະໂຄມຄຳ: ຕັ້ງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີໄລຍະຫ່າງ ຈາກເທດສະບານເມືອງຫ້ວຍຊາຍ 40 ກິໂລແມັດ, ຫ່າງຈາກເທດສະບານເມືອງຕົ້ນເຜິ້ງ 5 ກິໂລແມັດ, ທິດເໜືອຕິດກັບເມືອງຕົ້ນເຜິ້ງ, ທິດໃຕ້ ແລະທິດຕາເວັນຕົກ ຕິດກັບປະເທດໄທ, ມີແມ່ນ້ຳຂອງຂັ້ນກາງ ລະຫວ່າງສອງປະເທດ. ເມືອງເກົ່າສຸວັນນະໂຄມຄຳ ເປັນບູຮານສະຖານ ທີ່ບັນຈຸຮ່ອງຮອຍທາງປະຫວັດສາດ ແຫ່ງບູຮານນະຄອນເກົ່າແກ່, ສ້າງຂຶ້ນໃນສະໄໝຂອງປະເທດສີລັງກາ, ຕາມຕຳນານຂອງປະເທດສີລັງກາ ເຊິ່ງທ່ານຝັ່ງຊິດກາເຍ ຂຽນໄວ້ໃນປຶ້ມການສຳຫຼວດແມ່ນຳ້ຂອງ ໃນສັດຕະວັດທີ 19 ໄດ້ເວົ້າໄວ້ວ່າ ເມືອງເກົ່າສຸວັນນະໂຄມຄຳ ປະກົດຕົວຢູ່ໃນສັດຕະວັດທີ V ຂອງຄິດຕະສັງກາດ ແລະ ຕາມຕຳນານນ້ຳຖ້ວມໂລກ ເຊິ່ງໄດ້ເວົ້າເຖິງພະຍາສີສັດຕະນາກ ທີ່ກິນເມືອງໜອງກະແສແສນຍ່ານໄດ້ນຳລີ້ພົນ 7 ໂກດ ທະລຸລົງຕາມລຳນຳ້ຂອງ ອັນໄດ້ກາຍເປັນນາກ 15 ຕະກຸນ ຢູ່ຫຼວງພະບາງ ໃນວາລະຕໍ່ມາບອກໃຫ້ຮູ້ວ່າ ຊາວເມືອງໂພທິສານຫຼວງ (ສີໂຄດຕະບອງ ຫຼື ໂຄຕະປູລະ) ນັ້ນແມ່ນເຊື້ອຂອມ. ຕຳນານຍັງບອກໃຫ້ຮູ້ວ່າ ເມືອງສຸວັນນະໂຄມຄຳນັ້ນ ເຕີບໃຫຍຢ່າງໄວວາ ພຽງແຕ່ໄລຍະ 3 ປີ ບ້ານເຮືອນຂອງໄຜ່ພົນກໍ່ມີເຖິງ 1 ແສນຫຼັງ. ຕໍ່ມາເມືອງສຸວັນນະໂຄມຄຳ ມີການປະພຶດທີ່ບໍ່ຊື່ສັດຕໍ່ພໍ່ຄ້າ ເຊິ່ງພວກນາກຊາວຫຼວງພະບາງ ອັນເປັນສາເຫດກໍ່ໃຫ້ເກີດຄວາມຂຸ່ນມົວຜິດຂ້ອງ ຕ້ອງຖຽງກັນຊາວຫຼວງພະບາງ ຈຶ່ງໄດ້ຍົກລິພົນຂຶ້ນເມືອທຳລາຍເມືອງສຸວັນນະໂຄມຄຳ ຈົນຮາບກ້ຽງ ພາໃຫ້ຊາວເມືອງແຕກຕື່ນ ອົບພະຍົບລົບໜີ ໄປທົ່ວສາລະທິດເຊັ່ນ: ໄປທິດອຸມຸງສີຊັດສະນາໄລ ແລະ ຫຼວງພະບາງ ເຊິ່ງເຂົາເຈົ້າໄດ້ນຳເອົາປະເພນີການໄຫຼເຮືອໄຟ ໄປປະຕິບັດສະຖານທີ່ນັ້ນນຳພ້ອມຢູ່ ຕໍ່ມາຍັງມີເຊື້ອນາກເຊິ່ງແມ່ນຕະກຸນລາວຈົກ ຄືລາວສາຍພາກເໜືອ ທາງຊຽງຣາຍໄດ້ມາສ້າງນະຄອນສຸວັນນະໂຄມຄຳ  ຂຶ້ນອີກ ຕາມຕຳນານກຳແພງຮອບ 4 ດ້ານ ແລະ ແຕ່ລະດ້ານຍາວ 3.000 ວາ.

ດ້ວຍເຫດນີ້ເມືອງສຸວັນນະໂຄມຄຳ ທີ່ສາບສູນໄປແລ້ວນັ້ນ ຈຶ່ງໄດ້ຮຽກຊື່ໃໝ່ວ່າ: ເມືອງນາເຄນເທລະນະຄອນ ຫຼື ນະຄອນບູລີ ຫຼື ເມືອງນະຄະພັນ ທຸງສິງຫົນວັດນະຄອນ ຫຼື ນະຄອນຊວາ. ເນື່ອງຈາກວ່າແມ່ນຊາວລາວພາກເໜືອ ມະຫາກາບເລື່ອງທ້າວຮຸ່ງ, ທ້າວເຈືອງ ຍັງໄດ້ໝາຍໄວ້ອີກຊື່ໜຶ່ງຄື: ນະຄອນເງິນຍາງ ຫຼື ເງິນຍວງ ຕໍ່ມາເມື່ອພະຍາແສນພູໄດ້ມາເກີດຢູ່ເມືອງດັ່ງກ່າວ ກໍ່ໄດ້ຊື່ໃໝ່ອີກຄື: ຊຽງແສນ (ເກົ່າ) ຕະກຸນລາວຈົກໄດ້ຄອງນະຄອນຊຽງລາວ ຫຼື ນະຄອນບູລີມາຕະຫຼອດ 43 ເຊັ່ນກະສັດ ຈຶ່ງມາຮອດຂຸນເຈືອງ ຜູ້ເປັນກະສັດລາວອົງທຳອິດ ທີ່ເຕົ້າໂຮມບັນດາເຜົ່າ ເປັນເອກະພາບກັນ ຢູ່ອານາຈັກທາງພາກເໜືອ ໃນປີ ຄສ 1096. ຂຸນເຈືອງໄດ້ນຳເອົາລິພົນພິສິດຫຼວງພະບາງ, ຊຽງຂວາງ ແລະ ປະກັນ(ແຄວ້ນແກວຈີ) ແລ້ວສ້າງເປັນຈັກກະພົບ ລາວເອກະພາບກັນລະຫວ່າງເຜົ່າ ເປັນຄັ້ງທຳອິດເປັນຕົ້ນແມ່ນ ຕະກຸນນາກ ແລະ ຂອມ. ນັບວ່າພະອົງເປັນກະສັດຜູ້ຍິ່ງໃຫຍ່ຜູ້ໜຶ່ງ ຂອງຊາວລາວບັນດາເຜົ່າ, ອານາຈັກຂຸນເຈືອງ ລົ້ມລະລາຍລົງໃນ 4 ເຊັ່ນກະສັດໃນລາສະການ ຂອງຂຸນກັນຮາງອັນເປັນເຫຼັນຫຼ້ອນ ຂອງຂຸນເຈືອງ ພາຍຫຼັງທີ່ໄດ້ເສຍໄຊ ໃຫ້ແກ່ກອງທັບຂອງຂຸນລໍ ທີ່ຍົກມາແຕ່ເມືອງລຸ່ມທົ່ງນານ້ອຍອ້ອຍໜູ (ປັດຈຸບັນແມ່ນດຽນບຽນຟູ) ຄືເມືອງແຖນນັ້ນເອງ ບູຮານສະຖານແຫ່ງໜຶ່ງ ນັບວ່າໄດ້ຜ່ານຂະບວນການຖືກທຳລາຍ ແລະການຟື້ນຟູຫຼາຍຄັ້ງຫຼາຍຫົນ ພາຍໃຕ້ຊື່ຕ່າງໆ ກວ່າຈະມາເຖິງສະພາບນະຄອນຮ້າງ ເຫຼືອໄວ້ ແຕ່ເສດຮ່ອງຮອຍປະໄວ້ ຕາມການສຳຫຼວດ ໃນເບື້ອງຕົ້ນ ໃນສະຖານທີ່ ປະມານ 10 ພັນເຮັກຕາ ພົບວ່າມີ 44 ບູຮານສະຖານ ແລະ ຖານກໍ່ສ້າງດ້ວຍອິດ ແລະ ປະທາຍອັນເປັນພຸດທະສີມມາ, ພະທາດ, ພະພຸດທະຮູບ, ນໍ້າສ້າງ ແລະ ສະຖານທີ່ອື່ນໆ. ສິ່ງທີ່ຊົງຄວາມງົດງາມ ແລະ ຄວາມສະຫງ່າຕະການຕາ ອັນຍັງຫຼົງເຫຼືອ ຈາກສີມືຂອງນັກປົ້ນສົມບັດ ທັງລາວ ແລະ ໄທ ສະໄໝກ່ອນນັ້ນ ໄດ້ແກ່: ພະພຸດທະຮູບອົງສະມະທິທີ່ເຮັດດ້ວຍອິດ ແລະ ປະທາຍ ເປັນພະພຸດທະຮູບອົງໃຫຍ່ມີໜ້າຕັກກວ້າງ 7.10 ແມັດ, ລວງສູງ 7.22 ແມັດ (ບໍ່ນັບຍອດເກດ) ບ່າແຕ່ລະຂ້າງ 1.10 ແມັດ, ດ້ານຂ້າງແຕ່ກະໂພກຫາເຂົ່າ 3.60 ແມັດ ນັບວ່າເປັນພະພຸດທະຮູບອົງໃຫຍ່ທີ່ສຸດອົງໜຶ່ງ ຂອງປະເທດລາວ ແລະ ໃຫຍ່ໃນຍ່ານອາຊີອາຄະເນຕາມຂະໜາດຂອງພະພຸດທະຮູບອົງນີ້, ໄດ້ສັນນິຖານວ່າແມ່ນພະພຸດທະຮູບປະຈຳ ທີ່ວັດພະຣາດສະວັງ, ຮອດປັດຈຸບັນນີ້ ຍັງເຫຼືອແຕ່ຮ່າງຄີງ, ສ່ວນພະຫັດ,ພະເກດ, ແຖ່ນ ແລະ ອື່ນໆ ໄດ້ຖືກຂຸດເຈາະກີດຫ້ຽນ ແລະ ກົ່ນເອົາຂອງດີໄປໝົດແລ້ວ. ນອກຈາກນີ້ ຍັງມີພະອີກອົງໜຶ່ງ ທີ່ມີຂະໜາດເກືອບຊ່ຳໆກັນ ແຕ່ຖືກລົ້ມພັງທະລາຍ ແລະ ພະລ້ານຕື້ ຫຼື ພະຣັດສະໝີທອງສຳລິດ ທີ່ຈົມຢູ່ແມ່ນ້ຳຂອງປູສະນີຍະສະຖານ ທີ່ຍັງຫຼົງເຫຼືອຢູ່ນັ້ນ ສັນນິຖານໄດ້ວ່າແມ່ນມາຈາກຍຸກຂອງນະຄອນຊຽງແສນ ເປັນສ່ວນໃຫຍ່ ເປັນຕົ້ນແມ່ນໃນສະໄໝ ເຈົ້າໄຊຍະເສດຖາທິຣາດ, ເຊິ່ງພະອົງໄດ້ໃຫ້ການສະຖາປະນາ ບູລະນະ ໃຫ້ເປັນນະຄອນທີ່ສວຍສົດ ງົດງາມ ຄາບສອງຝັ່ງແມ່ນໍ້າຂອງ. ນະຄອນດັ່ງກ່າວ ໄດ້ຖືກພັງທະລາຍລົງບັ້ນສຸດທ້າຍ ໂດຍການຮຸກຮານຂອງກອງທັບພະມ້າ ໃນລາດສະການຂອງ ພະເຈົ້າໄຊຍະເສດຖາທິຣາດ. ຈາກນັ້ນແລ້ວ ຍັງມີແນວສາຍພູນ້ອຍ ຕັ້ງຢູ່ດ້ານຕາເວັນຕົກຂອງນະຄອນຮ້າງ ທີ່ເນັ່ງຢຽດແຕ່ດ້ານເໜືອເຖິງດ້ານໃຕ້ ແມ່ນສັງເກດເຫັນຮ່ອງຄືເລິກ ແລະ ກວ້າງປະມານ 10 ກວ່າແມັດ ເນັ່ງຢຽດເຖິງແຄມຂອງ, ມີຄັນຄູສູງລຽບທາງຂອງເບື້ອງຕາເວັນອອກດັ້້ງນັ້ນ, ຈຶ່ງເຂົ້າໃຈໄດ້ວ່າແມ່ນຕະຄອງສູ້ຮົບ ແລະ ກຳແພງປ້ອງກັນກອງທັບຊ້າງ, ມ້າ ກໍ່ຄື ລິພົນຂ້າເສິກທົ່ວໄປ ທີ່ມາຮຸກຮານ. ປັດຈຸບັນທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ. ໄດ້ມີການອານຸລັກ ແລະ ປະກາດເປັນປູສະນີຍະສະຖານແຫ່ງຊາດ, ເປັນບ່ອນຫວງຫ້າມ, ເປັນອຸທິຍານຫາຄວາມຮູ້ ໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນສະຖານທີ່ພັກຜ່ອນ ຢ່ອນອາລົມ ເປັນການສະຫງວນວັດທະນະທຳ ທີ່ຫຼາກຫຼາຍ ກໍ່ຄື ທຳມະຊາດທີ່ສວຍງາມ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382