ຕາດນ້ຳຍອນຕັ້ງຢູ່ທາງທິດເໜືອຂອງເມືອງຫ້ວຍຊາຍ ປະມານ 25 ກິໂລແມັດ, ເປັນຕາດສາຍນ້ຳທະມະຊາດ ສ້າງຂຶ້ນທີມີຄວາມສວຍງາມ, ເຊິ່ງມີຄວາມສູງປະມານ 3-4 ແມັດ. ອ້ອມຮອບບໍລິເວນນ້ຳຕົກຕາດປະດັບດ້ວຍ ທຳມະຊາດພູຜາປ່າໄມ້ທີສວຍສົດງົດງາມ, ມີນ້ຳໃສໄຫຼຕະຫຼອດປີ, ຕາດນ້ຳຍອນເປັນສະຖານທີ່ທ່ອງທ່ຽວທີມີມາ ແຕ່ດົນນານຈົນກາຍເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ. ໃນປັດຈຸບັນກໍ່ໄດ້ມີການພັດທະ ນາທາງດ້ານສິ່ງອຳນວຍຄວາມສະດວກໄວ້ຮອງຮັບນັກທ່ອງທ່ຽວທີມາທ່ຽວຊົມ. ຕາມເສັ້ນທາງເຂົ້າສູ່ຕາດນ້ຳຍອນ ບັນດານັກທ່ອງທ່ຽວຈະໄດສຳຜັດກັບບັນຍາກາດການດຳລົງຊີວິດຂອງຊົນເຜົ່າຕ່າງໆເຊັ່ນ: ຊົນເຜົ່າກຶມມຸ,ຊົນເຜົ່າ ມົ້ງ,ຊົນເຜົ່າລາຫູຊີ(ກຸ່ຍ) ແລະ ຊົນເຜົ່າປະນະ. ຕາດນ້ຳຍອນເປັນສະຖານທີ່ທ່ອງທ່ຽວທີມີຊື່ສຽງຍ້ອນຄວາມສວຍ ງາມທາງທຳມະຊາດ ເຊິ່ງຕັ້ງຢູ່ເຂດບ້ານປະນະ ເຊິ່ງໄດ້ເປີດບໍລິການມາຕັ້ງແຕ່ປີ 2012ເປັນຕົ້ນມາ.ນັກທ່ອງທ່ຽວ ສາດມາດມາພັກຜ່ອນດ້ວຍການນັ່ງຊົມວິວທີຕູບນ້ອຍແຄມນ້ຳເພື່ອສຳຜັດກັບສາຍນ້ຳແລະທຳມະຊາດອັນສວຍ ງາມໄປພ້ອມໆກັນ. |