bonus new member 100

ພູຜາຮຸ້ງ ( ພູຜາງອຍ )

ພູຜາຮຸ້ງມີທີ່ຕັ້ງຢູ່ຕີນພູຜາແດງ ແລະ ພູໂອ ໃກ້ກັບສາຍນ້ຳຍອນ ຫ່າງຈາກເທດສະບານເມືອງໄປທາງທິດເໜືອປະມານ 28 ກິໂລແມັດ ແລະ ມີຄວາມສູງເໜືອໜ້ານ້ຳທະເລປະມານ 1,106 ແມັດ. ຍ້ອນຄວາມອຸດົມສົມບູນຢູ່ບໍລິເວນນັ້ນ, ເຊິ່ງມີນິທານເລົ່າຂານກັນວ່າ:ຢູ່ເຂດດັ່ງກ່າວໄດ້

ມີພະຍາຮຸ້ງສອງຜົວເມຍມາອາໄສຢູ່ເທິງພູຜາຮຸ້ງເພື່ອລ່າກິນສັດນ້ອຍໃຫຍ່ຢູ່ເຂດນັ້ນບາງຄັ້ງກໍ່ກິນຮອດມະນຸດ,ມິນິດໄສດຸຮ້າຍເຊິ່ງພຶດຕິກຳດັ່ງ

ກ່າວນັ້ນມັນໄດ້ສ້າງຄວາມເດືອດຮ້ອນເຖິງພະຍາແຖນຢູ່ເທິງຟ້າ, ເພິ່ນຈິ່ງເອີ້ນເອົາພະຍາຮຸ້ງສອງຜົວເມຍນັ້ນມາກ່າວເຕືອນຫຼາຍຄັ້ງແຕ່ກໍ່ບໍ່ຍອມ

ເຊື່ອຟັງ. ພະຍາແຖນໃຈຮ້າຍຈິ່ງສາບແສ່ງໃຫ້ພະຍາຮຸ້ງສອງໂຕດັ່ງກ່າວໃຫ້ກາຍເປັນຫີນ. ແຕ່ເຖິງຈະເປັນຫີນກໍ່ຕາມວິນຍານຂອງພະຍາຮຸ້ງ

ທີ່ສິງຢູ່ກໍ່ຍັງຄົງຄວາມດຸຮ້າຍ, ເມືອໃດມີຄວາມຫິວໂຫຍກໍ່ເປັ່ງສຽງຮ້ອງອອກມາຢ່າງແຮງຈົນໄດ້ຍິນໄປທົ່ວບໍລິເວນແລ້ວແກ່ວງຫົວໄປມາ, ເມື່ອໃດ

ຫົວພະຍາຮຸ້ງປິ່ນຫົວໄປທາງທິດໃດຜູ້ຄົນຢູ່ທາງທິດນັ້ນຕ້ອງມີການຕາຍເກີດຂຶ້ນ ແລະ ຝູງສັດທີ່ຢູ່ແຖວນັ້ນກໍ່ແຕກຕື່ນໜີໄປໝົດ, ຍ້ອນແນວນັ້ນພະ

ຍາແຖນຜູ້ປົກປັກຮັກສາທ້ອງຖິ່ນນັ້ນຈິ່ງເຮັດໃຫ້ເກີດມີຟ້າຜ່າໃສ່ຫີນພະຍາຮຸ້ງໂຕຜົວມຸ່ນທະລາຍລົງຕີນພູ, ຍັງເຫຼືອແຕ່ນາງຮຸ້ງຕົວເມຍຈັບງອຍຜາ

ຫີນໂຕດຽວດ້ວຍຄວາມໂສກເສົ້າອາໄລອາວອນຫາພະຍາຮຸ້ງຜູ້ເປັນຜົວ. ຫຼັງຈາກຟ້າຜ່າພະຍາຮຸ້ງແລ້ວ ເຫດການທັງໝົດກໍ່ຍຸດຕິລົງ. ປະຈຸບັນຍັງ

ມີຮຸ້ງນ້ອຍສອງຜົວເມຍປາກົດຢູ່ບໍລິເວນພູຜາຮຸ້ງແຫ່ງນີ້, ມັນມັກອອກມາບິນຫຼິ້ນໃນມື້ວັນສິນ, ເມືອປະຊາຊົນພົບເຫັນກໍ່ບໍ່ກ້າທຳລາຍ ຫຼື ລ່າມາເປັນ

ອາຫານຂອງຕົນ ເພາະຢ້ານກົວຈະມີແນວບໍ່ດີເກີດຂຶ້ນກັບຕົນ. ປະຈຸບັນໄດ້ມີການພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວຍ່າງປ່າແບບວົງຈອນຂຶ້ນ

ໃນ ປີ 2011.ຈອມພູຜາຮຸ້ງເປັນຈຸດຊົມວິວທີມີຄວາມສວຍງາມ ເວລາເຮົາເບິ່ງລົງມາຈາກມຸມສູງສາມາດເຫັນປ່າດົງກ້ວາງໃຫຍ່ທີ່ຂຽວສົດງົດງາມ

, ໜ່ວຍພູນ້ອຍໃຫຍ່ສະລັບຊັບຊ້ອນກັນ, ມີອາຍມອກປົກຄຸມໃນຍາມເຊົ້າ ແລະ ສາມາດເບິ່ງເຫັນໝູ່ບ້ານຂອງປະຊາຊົນໄດ້ເປັນຢ່າງດີ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382