bonus new member 100

ຄໍານັບຊົມເຊີຍກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ສະໄໝທີ VI ຢ່າງສຸດອົກສຸດໃຈ !

ຫ້ອງວ່າການແຂວງບໍ່ແກ້ວ ຈັດຝຶກອົບຮົມກ່ຽວກັບການ ປ້ອນຂໍ້ມູນຂ່າວສານ ລົງໃນເວັບໄຊແຂວງບໍ່ແກ້ວ

ໃນວັນທີ 22 ພຶດສະພາ 2017 ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການປ້ອນຂໍ້ມູນຂ່າວສານ ເຂົ້າໃນເວັບໄຊ ແຂວງບໍ່ແກ້ວ ໃຫ້ກັບພະນັກງານ ຜູ້ຮັບຜິດຊອບເວັບໄຊ ຂອງແຂວງ ໂດຍການເປັນປະທານ ຂອງທ່ານ ສຸທິດ ມິດສຳພັນ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນນັກວິທະຍາກອນ ແລະ ສຳມະນາກອນຜູ້ຄຸ້ມຄອງເວັບໄຊເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ບັນດານັກສຳມະນາກອນ ໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງໄປພ້ອມໆກັນ. ທ່ານ ສີວິໄລ ສີແສນດີ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ໃຫ້ຮູ້ເຖິ່ງຫຼັກການຂຽນຂ່າວ, ການບັນນາທິການຂ່າວ, ບົດຄວາມຕ່າງໆ ກ່ອນປ້ອນເຂົ້າໃນເວັບໄຊ. ພ້ອມນັ້ນ ນັກສຳມະນາກອນຍັງໄດ້ຮຽນຮູ້ ກ່ຽວກັບ ການເລືອກຮູບ ແລະ ຕັດຕໍ່ຮູບພາບ ເພື່ອຈະເອົາເຂົ້າໃນເວັບໄຊ ສະເໜີໂດຍທ່ານ ປະກາສິດ ທຳມະວົງ ຮອງຫົວໜ້າຂະແໜງໄອທີ (IT) ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ. ຈາກນັ້ນທ່ານ ພອນສະຫວັນ ສີສຸພັນທອງ ວິຊາການໄອທີ (IT)ຫ້ອງວ່າການແຂວງ ໄດ້ນຳສະເໜີ ກ່ຽວກັບ ການກະກຽມນິຕິກຳຕ່າງໆ ເປັນຟາຍ pdf ແລະ ບົດຂ່າວໃນເວັບໄຊ ພ້ອມທັງສາທິດ ການປ້ອນຂໍ້ມູນຕາມແຕ່ລະເມນູໃນເວັບໄຊ ດ້ວຍເຄື່ອງແມ່ຂ່າຍຈຳລອງ.

ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນ. ທັງນີ້ ກໍ່ເພື່ອເຮັດໃຫ້ນັກສຳມະນາກອນ ຜູ້ປະຕິບັດຕົວຈິງໃນການປ້ອນຂໍ້ມູນຕ່າງໆ ເຂົ້າໃນເວັບໄຊຂອງແຂວງ ໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ຊັດເຈນຂຶ້ນຕື່ມ.

ຂຽນ: ບຸນຈັນ ມະນີໄຊ  ວັນທີ 22 ພຶດສະພາ 2017.

ຫ້ອງວ່າການປົກຄອງແຂວງ ປະຕິບັດໜ້າທີ່ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິການທີ່ດີ

ເຊີນທ່ຽວບໍ່ແກ້ວ ມະນີລໍ້າຄ່າ ປ່າດອກງີ້ວບານ ເທດສະການບັນດາເຜົ່າ ຖິ່ນເກົ່າສຸວັນນະໂຄມຄໍາ

No result...

ແຜນທີແຂວງບໍ່ແກ້ວ

ສະຖິຕິ ຄົນເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:31
ມື້ວານນີ້:ມື້ວານນີ້:81
ອາທິດນີ້:ອາທິດນີ້:286
ເດືອນນີ້:ເດືອນນີ້:1742
ທັງໝົດ:ທັງໝົດ:66556

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382