bonus new member 100

ຄໍານັບຊົມເຊີຍກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ສະໄໝທີ VI ຢ່າງສຸດອົກສຸດໃຈ !

ກອງປະຊຸມພົບປະແລກປ່ຽນວຽກງານຫ້ອງວ່າການປົະຄອງແຂວງ 2 ແຂວງ ບໍ່ແກ້ວ-ຊຽງຂວາງ

ກອງປະຊຸມພົບປະ ແລກປ່ຽນວຽກງານ ຫ້ອງວ່າການ ແຂວງບໍ່ແກ້ວ ແລະ ແຂວງຊຽງຂວາງ ໄດ້ຈັດຂື້ນ ໃນຕອນບ່າຍວັນທີ 4 ສິງຫາ ນີ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ, ເຂົ້າຮ່ວມມີທ່ານ ເພັງສອນ ແກ້ວວິໄລ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການ ແຂວງບໍ່ແກ້ວ, ທ່ານ ວຽງທອງ ບຸນທະພອນ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາຮອງຫົວໜ້າຫ້ອງວ່າການແຂວງ, ຫົວໜ້າ/ຮອງຫົວຂະແໜງ, ພະນັກງານ ວິຊາການຫ້ອງວ່າການແຂວງ ບໍ່ແກ້ວ ແລະ ຊຽງຂວາງເຂົ້າຮ່ວມ.

ກອງປະຊຸມ ທັງສອງຝ່າຍ ໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງວ່າການແຂວງ ໃຫ້ຮັບຊາບ ເພື່ອຖອດຖອນບົດຮຽນ ແລກປ່ຽນເຊິ່ງກັນ ແລະ ກັນ ໃນຫຼາຍດ້ານ ເປັນຕົ້ນແມ່ນ, ດ້ານເນື້ອໃນການຂຽນບົດຄວາມຕ່າງໆ, ການບໍລິຫານງານຮັບໃຊ້ການນຳ, ລະບົບການປະສານງານ ກັບ ພະແນກການ, ຂັ້ນເມືອງ, ການສັງລວມວຽກພັກ ແລະ ວຽກລັດ, ການເປັນເສນາທິການ ໃຫ້ແກ່ຂັ້ນເທິງ, ການສັງລວມວຽກງານ ຂອງບັນດາພະແນກການ ລາຍງານໃຫ້ຂັ້ນເທິງ, ການບໍລິຫານ ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວ ຂອງການນຳ, ການປະຕິບັດ ນະໂຍບາຍຂອງພະນັກງານ, ວຽກງານການເງີນ, ວຽກງານຂາອອກ-ຂາເຂົ້າ, ການບໍລິຫານງານ ແບ່ງຄວາມຮັບຜິດຊອບ ໜ້າວຽກຂອງແຕ່ລະຄົນ ແລະ ການກະກຽມ ດ້ານພິທີການຕ່າງໆ, ກອງປະຊຸມ ແລະ ວຽກງານສຳຄັນຂອງແຂວງ ເພື່ອເຮັດໃຫ້ວຽກງານ ຂອງຫ້ອງວ່າການແຂວງ 2 ແຂວງ  ບໍ່ແກ້ວ - ຊຽງຂວາງມີຄວາມສະດວກ, ວ່ອງໄວ, ມີປະສິດທິພາບ ໃນການເປັນເສນາທິການ ໃຫ້ແກ່ຂັ້ນເທິງ.

ຫ້ອງວ່າການປົກຄອງແຂວງ ປະຕິບັດໜ້າທີ່ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິການທີ່ດີ

ເຊີນທ່ຽວບໍ່ແກ້ວ ມະນີລໍ້າຄ່າ ປ່າດອກງີ້ວບານ ເທດສະການບັນດາເຜົ່າ ຖິ່ນເກົ່າສຸວັນນະໂຄມຄໍາ

No result...

ແຜນທີແຂວງບໍ່ແກ້ວ

ສະຖິຕິ ຄົນເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:39
ມື້ວານນີ້:ມື້ວານນີ້:81
ອາທິດນີ້:ອາທິດນີ້:294
ເດືອນນີ້:ເດືອນນີ້:1750
ທັງໝົດ:ທັງໝົດ:66564

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382