bonus new member 100

ຄໍານັບຊົມເຊີຍກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ສະໄໝທີ VI ຢ່າງສຸດອົກສຸດໃຈ !

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ VI

 

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 9, ສະໄໝທີ VI  ໄດ້ໄຂຂຶ້ນໃນວັນທີ 7 ກຸມພາ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ແຂວງບໍ່ແກ້ວ ແລະ ມີບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ເລຂາພັກເມືອງ ບັນດາສະຫາຍເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການ, ສອງກອງບັນຊາການ ທະຫານ, ຕໍາຫຼວດ, ອົງການທຽບເທົ່າອ້ອມຂ້າງແຂວງ, ລັດວິສາຫະກິດ, ຄະນະຈັດຕັ້ງ, ຄະນະກວດກາພັກແຂວງ ແລະ ຄະນະຫ້ອງວ່າການຫ້ອງວ່າການແຂວງເຂົ້າຮ່ວມທັງໝົດ 75 ສະຫາຍ, ຍິງ 12 ສະຫາຍ.

ກອງປະຊຸມໄດ້ຮັບຟັງເອກະສານຕ່າງໆດັ່ງນີ້: 1. ບົດສະຫຼຸບວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 2. ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງແນວຄິດທົ່ວປະເທດ 3. ບົດຄໍາເຫັນຂອງເລຂາທິການໃຫຍ່ ແລະ ເອກະສານຕັ້ງໜ້າຜັນຂະຫຍາຍມະຕິວ່າດ້ວຍວຽກງານການເມືອງແນວຄິດ 4. ການຜັນຂະຫຍາຍຜົນສໍາເລັດການຢ້ຽມຢາມລັດຖະກິດຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ 5. ລາຍງານການກໍ່ສ້າງພັກພະນັກງານ ແລະ ການສ້າງ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການປະເມີນລັດຖະກອນປະຈໍາປີ. 6. ການຈັດຕັ້ງປະຕິບັດແຜນຫງົບປະມານຈັດເກັບລາຍຮັບເຂົ້າຫງົບປະມານຂອງລັດ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. 7. ການຈັດຕັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການຄຸ້ມຄອງບັນດາໂຄງການລົງທຶນຂອງລັດ ແລະ ການກະຕຸກຊຸກຍູ້ການຄຸ້ມຄອງໂຄງການພາກເອກະຊົນພາຍໃນ ແລະ ຕ່າງປະເທດຜ່ານລະບົບປະຕູດຽວ, 8. ລາຍງານການຈັດຕັ້ງວາລະແຫ່ງຊາດຕໍ່ກັບການແກ້ໄຂບັນຫາຢາເສບຕິດ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ

 

 

 

ຫ້ອງວ່າການປົກຄອງແຂວງ ປະຕິບັດໜ້າທີ່ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິການທີ່ດີ

ເຊີນທ່ຽວບໍ່ແກ້ວ ມະນີລໍ້າຄ່າ ປ່າດອກງີ້ວບານ ເທດສະການບັນດາເຜົ່າ ຖິ່ນເກົ່າສຸວັນນະໂຄມຄໍາ

No result...

ແຜນທີແຂວງບໍ່ແກ້ວ

ສະຖິຕິ ຄົນເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:46
ມື້ວານນີ້:ມື້ວານນີ້:81
ອາທິດນີ້:ອາທິດນີ້:301
ເດືອນນີ້:ເດືອນນີ້:1757
ທັງໝົດ:ທັງໝົດ:66571

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382