bonus new member 100

ຄໍານັບຊົມເຊີຍວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 40 ປີ ຢ່າງສຸດອົກສຸດໃຈ !

ກອງປະຊຸມກຳນົດຫົວໜ່ວຍລາຄາຊົດເຊີຍຜົນເສຍຫາຍທີ່ດິນ, ຕົ້ນໄມ້ ແລະ ຜົນລະປູກຂອງປະຊາຊົນ ທີ່ຖືກຜົນກະທົບໂຄງການເຂື່ອນໄຟຟ້ານ້ຳຂອງ ປາກແບງ

ໃນທ້າຍອາທິດຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມກຳນົດຫົວໜ່ວຍລາຄາຊົດເຊີຍຜົນເສຍຫາຍທີ່ດິນ, ຕົ້ນໄມ້ ແລະ ຜົນລະປູກຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟ້ານ້ຳຂອງ ປາກແບງ ( ເຂດອ່າງໂຕ່ງໜ້າເຂື່ອນ ) ໂດຍການເປັນປະທານຂອງທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນຳຂົງເຂດເສດຖະກິດ ປະທານຄະນະກຳມະການຍົກຍ້າຍ-ຈັດສັນ ຂັ້ນແຂວງ, ມີບັນດາຄະນະກຳມະການຍົກຍ້າຍ-ຈັດສັນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ປາກແບງຂັ້ນແຂວງ, ຂັ້ນເມືອງ ແລະ ຂະແໜງການທີ່ກ້ຽວຂ້ອງ, ເລຂາຄະນະພັກຮາກ ຖານ, ອຳນາດການປົກຄອງບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວເຂົ້າຮ່ວມ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານ ພ້ອມທັງຍົກເອົາບັນຫາຕ່າງໆ ທີ່ເປັນຜົນກະທົບຕໍ່ການດຳລົງຊີວິດ ແລະ ການເປັນຢູ່ຂອງພໍ່ແມ່ປະຊາຊົນ ເປັນຕົ້ນ: ປະເພດດິນ, ຮົ້ວສວນ, ໄຮ່, ນາ, ນ້ຳໃຊ້, ຝາຍຊົນລະປະທານ ແລະ ຄອງເໝືອງ ແລະ ອື່ນໆອີກຈຳນວນໜຶ່ງ. ພ້ອມກັນນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປືກສາຫາລືກ່ຽວກັບຫົວໜ່ວຍລາຄາຊົດເຊີຍຜົນເສຍຫາຍ ແລະ ປະກອບຄຳຄິດຄຳເຫັນແລກປ່ຽນກັນຢ່າງກົງໄປກົງມາຕໍ່ກັບບັນຫາດັ່ງກ່າວ ເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ຮັບຜົນດີ.
ໂອກາດດັ່ງກ່າວ, ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວປະທານກອງປະຊຸມ ໄດ້ເນັ້ນໜັກບາງບັນຫາໃຫ້ຄະນະກຳມະການຍົກຍ້າຍ-ຈັດສັນ ຂັ້ນແຂວງ ຄົ້ນຄວ້າຄືນກ່ຽວກັບລາຄາຫົວໜ່ວຍຊົດເຊີຍວຽກງານກໍ່ສ້າງໂຄງລ່າງຊົນລະປະທານ, ບັນຫາເລື່ອງດິນທີ່ນ້ຳຖ້ວມ, ບັນຫາການພັດທະນາເສັ້ນທາງໂຄງລ່າງຕ້ອງໄດ້ເກັບກຳຂໍ້ມູນລະອຽດໃນການກຳນົດເຂດນ້ຳຖ້ວມ, ກວດກາຄືນກ່ຽວກັບການລົງທືນຂອງພາກເອກະຊົນ ແລະ ແຕ່ລະພາກສ່ວນ, ອຳນາດການປົກຄອງບ້ານແຕ່ລະບ້ານພາຍຫຼັງສຳເລັດກອງປະຊຸມນີ້ແລ້ວ ຈົ່ງນຳເອົາເນື້ອໃນຈິດຈິງຂອງກອງປະຊຸມໃນຄັ້ງໄປຊີ້ແຈງ ແລະ ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມໃນການປະກອບສ່ວນພັດທະນາເຂດດັ່ງກ່າວ.
ພາບ-ຂ່າວ: ວັນນະເດດ ວິໄລຄຸນ.

ຫ້ອງວ່າການປົກຄອງແຂວງ ປະຕິບັດໜ້າທີ່ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິການທີ່ດີ

ເຊີນທ່ຽວບໍ່ແກ້ວ ມະນີລໍ້າຄ່າ ປ່າດອກງີ້ວບານ ເທດສະການບັນດາເຜົ່າ ຖິ່ນເກົ່າສຸວັນນະໂຄມຄໍາ

No result...

ແຜນທີແຂວງບໍ່ແກ້ວ

ສະຖິຕິ ຄົນເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:100
ມື້ວານນີ້:ມື້ວານນີ້:105
ອາທິດນີ້:ອາທິດນີ້:694
ເດືອນນີ້:ເດືອນນີ້:3306
ທັງໝົດ:ທັງໝົດ:56055

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382