ວັນທີ 30 ພຶດສະພານີ້ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບ ແລະ ເປີດນຳໃຊ້ອາຄານຫໍວັດທະນະທຳ ຫຼັງໃໝ່. ພິທີແມ່ນໄດ້ເລີ່ມທາງສາສະໜາ ເປັນຕົ້ນແມ່ນ: ໃສ່ບາດຍາດນ້ຳ,ຮັບ ສິນຮັບພອນ, ສູດປະລິຕະມຸງຄຸນ, ເທສະໜາທຳ 3 ຜູກ ແລ້ວຖວາຍເຄື່ອງສັງຄະທານໃຫ້ພະພິກຂຸສົງ 9 ອົງ. ຈາກນັ້ນ ໄດ້ເປີດພິທີມອບຮັບ ແລະ ເປີດນຳໃຊ້ອາຄານຫໍວັດ ທະນະທຳແຂວງ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມມີ ທ່ານ ປ.ອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ມີບັນດາການນຳຂອງແຂວງ-ເມືອງ, ພະນັກງານອາວຸໂສບຳນານ, ພະນັກງານລັດຖະກອນ ແລະ ສະມາຊິກຊາວໜຸ່ມ ອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີ ຕ່າງໜ້າບໍລິສັດ ຮວຍຍິນ ກໍ່ສ້າງເຄຫາສະຖານໄດ້ລາຍງານ ການຈັດຕັ້ງປະຕິບັດ ຂອງໂຄງການກໍ່ສ້າງ. ໂຄງການກໍ່ສ້າງ ຫໍວັດທະນະທຳແຂວງບໍ່ແກ້ວ ຫຼັງໃໝ່ ແມ່ນໄດ້ເລີ່ມລົງມື ດຳເນີນການກໍ່ສ້າງ ແຕ່ວັນທີ 26 ພະຈິກ 2013 ເປັນອາຄານສອງຊັ້ນ, ມີເນື້ອທີ່ທັງໝົດ 1.624 ຕາແມັດ, ມີຂະໜາດ 36 ແມັດ x 51 ແມັດ ເປັນໂຄງສ້າງເບຕົງເສີມເຫຼັກ, ໂຄງຫຼັງຄາເຫຼັກ ມຸ່ງດ້ວຍຊີແພັກ, ຝາກໍ່ດ້ວຍດິນຈີ່ ໂບກສອງໜ້າ, ເພດານຍິບຊຳ ແລະ ເພດານໄມ້ດິ້ວ, ພື້ນອາຄານ ປູດ້ວຍກະໂລຂະໜາດ 60x60 ຊັງຕີແມັດ, ຕິດຕັ້ງເຟີນີເຈີ, ເຄື່ອງສຽງ, ລະບົບແອເຢັນ ແລະ ໄຟຟ້າ ຄົບຊຸດ. ມາຮອດປະຈຸບັນ ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ສ້າງສຳເລັດ 100% ໂດຍແມ່ນບໍລິສັດ ຮວຍຍິນ ກໍ່ສ້າງເຄຫາສະຖານ ເປັນຜູ້ຮັບເໝົາ ໃນມູນຄ່າການກໍ່ສ້າງທັງໝົດ 25,82 ຕື້ກີບ. ນອກນັ້ນ ຍັງມີໂຄງການກໍ່ສ້າງວຽກເພີ່ມ ຫໍວັດທະນະທຳແຂວງ ໄດ້ເລີ່ມລົງມີດຳເນີນການກໍ່ສ້າງແຕ່ວັນທີ 05 ເມສາ 2016 ເຊິ່ງປະກອບມີໜ້າວຽກເພີ່ມຄື: ວຽກປັບປຸງເດີ່ນ ບໍລິເວນຫໍວັດທະນະທຳ(ລວມມີ ວຽກດິນ, ວຽກເບຕົງ, ວຽກກໍ່-ໂບກ ) ວຽກຕົບແຕ່ງພາຍໃນອາຄານ ຫໍວັດທະນະທຳ ໃນມູນຄ່າທັງໝົດ 7,11 ຕື້ກີບ.
ໃນຕອນທ້າຍ ພິທີ ຍັງໄດ້ລົງນາມເຊັນບົດບັນທຶກ ການມອບ-ຮັບອາຄານຫຼັງໃໝ່ ລະຫວ່າງທ່ານ ເພັງສອນ ແກ້ວວິໄລ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ກັບ ທ່ານ ຈາງ ຮວຍຍິນ ຜູ້ອຳນວຍການບໍລິສັດ ຮວຍຍິນ ກໍ່ສ້າງເຄຫາສະຖານ ແລະ ທ່ານ ຄຳໝັ້ນ ຈັນທະແກ້ວ ຫົວໜ້າຄະນະຮັບຜິດຊອບ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ໂດຍຊ່ອງໜ້າການນຳພັກ-ລັດ ແລະ ຜູ້ເຂົ້າຮ່ວມ.