ໃນວັນທີ 29 ພະຈິກ 2016 ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມພົບປະ ລະຫວ່າງອົງການປົກຄອງແຂວງ ກັບ ພາກທຸລະກິດພາຍໃນ ແຂວງບໍ່ແກ້ວ, ກອງປະຊຸມໄດ້ດໍາເນີນ ຢ່າງເຄັ່ງຮ້ອນ ແລະ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ໃນການສົ່ງເສີມການລົງທຶນ, ກອງປະຊຸມໄດ້ດໍາເນີນ ເປັນເວລາ 1 ວັນ ແລະ ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດຢ່າງຈົບງາມ, ທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ປ.ອ ຄຳພັນ ເຜີຍຍະວົງ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງໆບໍ່ແກ້ວ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ, ມີບັນດາການນໍາພັກ-ລັດຂອງແຂວງ, ຂອງເມືອງ , ຫົວໜ້າ-ຮອງຫົວໜ້າ ພະແນກການ, ອົງການທຽບເທົ່າ, ອຳນວຍການບໍລິສັດ, ລັດວິສາຫະກິດ+ນັກທຸລະກິດ ພາຍໃນແຂວງບໍ່ແກ້ວ ເຂົ້າຮ່ວມທັງໝົດ 200 ກວ່າທ່ານ.
ໃນໂອກາດດັ່ງກ່າວ, ທ່ານ ປ.ອ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ຢ່າງເປັນທາງການ ແລະ ມີຄຳເຫັນບາງຕອນວ່າ: ກອງປະຊຸມສຳມະນາ ຄັ້ງນີ້ ເພື່ອລະດົມຄວາມຄິດເຫັນ ແລະ ປະສົບການ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງບໍ່ແກ້ວ ຈາກຫຼາຍພາກສ່ວນ, ແນ່ໃສ່ເຮັດໃຫ້ຜູ້ລົງທຶນ, ຜູ້ປະກອບການ, ພໍ່ຄ້າ-ຊາວຂາຍ ທັງພາຍໃນແຂວງ ໄດ້ຮັບຮູ້-ເຂົ້າໃຈ ຕໍ່ນະໂຍບາຍ ແລະ ຂໍ້ມູນຕ່າງໆ ລວມທັງຜົນປະໂຫຍດ ທີ່ຈະໄດ້ຮັບຈາກການລົງທຶນ ຢູ່ແຂວງບໍ່ແກ້ວ. ຈາກນັ້ນ, ກອງປະຊຸມໄດ້ຮັບຟັງ ບົດລາຍງານ ການຈັດຕັ້ງປະຕິບັດ ວຽກງານພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໃນໄລຍະ 5 ປີຜ່ານມາ (2011-2015) ແລະ ທິດທາງແຜນການພັດທະນາ-ສົ່ງເສີມການທ່ອງທ່ຽວ 5 ປີ (2016-2020).
ໃນກອງປະຊຸມ ທ່ານ ເຈົ້າແຂວງໆບໍ່ແກ້ວ ແລະ ຜູ້ເຂົ້າຮ່ວມແຕ່ລະພາກສ່ວນ ໄດ້ມີຄຳຖາມເຈາະຈີ້ມ ແລະ ປະກອບຄຳເຫັນ ກ່ຽວກັບສິ່ງອຳນວຍຄວາມສະດວກ ແລະ ຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ວຽກງານພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໃນໄລຍະ 5 ປີຜ່ານມາ (2011-2015) ແລະ ໄດ້ສະເໜີທິດທາງແຜນການພັດທະນາ-ສົ່ງເສີມການທ່ອງທ່ຽວ 5 ປີຕໍ່ໜ້າ (2016-2020).
ນອກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ສະພາບການດຶງດູດການທ່ອງທ່ຽວ ຢູ່ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ໂດຍທ່ານ ຈ້າວເຫວີຍ ປະທານສະພາ ບໍລິຫານ ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ແລະ ໄດ້ຮັບຟັງບົດສະເໜີຂອງແຂວງ ຕໍ່ກອງປະຊຸມພົບປະລະຫວ່າງ ອົງການປົກຄອງແຂວງ ກັບ ພາກທຸລະກິດພາຍໃນແຂວງບໍ່ແກ້ວ ກ່ຽວກັບ ນະໂຍບາຍສົ່ງເສີມການລົງທຶນ ແລະ ການດຳເນີນທຸລະກິດ ໃນຕໍ່ໜ້າ. ຕາງພະແນການທີ່ກ່ຽວຂ້ອງ ພາກລັດ ແລະ ເອກະຊົນ ກໍໄດ້ປະກອບຄໍາເຫັນ ຕໍ່ກັບບັນຫາທີ່ໄດ້ພົບພໍ ໃນການດຳເນີນທຸລະກິດ ໄລຍະຜ່ານມາ.
ໃນຕອນທ້າຍ ທ່ານເຈົ້າແຂວງໆບໍ່ແກ້ວ ໄດ້ມີຄຳເຫັນຊີ້ນຳ ເພື່ອເປັນບ່ອນອີງໃຫ້ການລົງທຶນ ຢູ່ພາຍໃນແຂວງບໍ່ແກ້ວ ໃນການຈັດຕັ້ງປະຕິບັດ ວິໄສທັດຮອດປີ 2030 ແລະ ຍຸດທະສາດຮອດປີ 2025. ລວມທັງແຜນການ 5 ປີ ຄັ້ງທີ 8 ທີ່ແຂວງບໍ່ແກ້ວໄດ້ວາງໄວ້ ໃຫ້ປາກົດຜົນເປັນຈິງ.