ໃນຕອນເຊົ້າຂອງວັນທີ 25 ເມສາ 2016 ທ່ານ ເລຂາພັກແຂວງ-ເຈົ້າແຂວງ ໆ ບໍ່ແກ້ວ ແລະ ທ່ານ ຮອງເຈົ້າແຂວງ ໆ ບໍ່ແກ້ວ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບທາງທຳມະຊາດ ຈາກລົມພາຍຸລະດູຮ້ອນ ໃນວັນທີ 24 ເມສາ 2016 ຢູ່ບ້ານຫາດໝວກເກົ່າ ແລະ ບ້ານຈັດສັນຫາດໝວກ ເມືອງຜາອຸດົມ. ເຊິ່ງໄດ້ເຮັດໃຫ້ເຮືອນ ຂອງປະຊາຊົນເສຍຫາຍທັງໝົດ 345 ຫຼັງຄາເຮືອນ. ໃນນັ້ນ ບ້ານຈັດສັນຫາດໝວກ ເສຍຫາຍ 284 ຫຼັງ, ບ້ານຫາດໝວກເກົ່າ ເສຍຫາຍ 61 ຫຼັງ.
ສໍາລັບເຄື່ອງຊ່ວຍເຫຼືອທີ່ນຳໄປຊ່ວຍເຫຼືອໃນເບື້ອງຕົ້ນມີຄື: ເຂົ້າສານ 3 ໂຕນ ເທົ່າກັບ 60 ເປົາ ແລະ ອາຫານແຫ້ງຈຳນວນໜຶ່ງ(ເກືອ, ແປງນົວ, ປາກະປ໋ອງ, ໝີ່ຍຳໆ), ຜ້າຫົ່ມ, ມຸ້ງ ແລະ ສາດປູ ລວມເປັນມູນຄ່າທັງໝົດ 25.700.000 ກີບ.
ໃນໂອກາດດັ່ງກ່າວ, ທ່ານ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ກໍ່ໄດ້ໃຫ້ກຽດໂອ້ລົມປະຊາຊົນ ທີ່ເຂົ້າຮ່ວມຮັບຟັງ, ເຊິ່ງມີບາງເນື້ອໃນດັ່ງນີ້:
ປະຊາຊົນແຕ່ລະຄອບຄົວ ຕ້ອງເປັນເຈົ້າການ ໃນການກໍ່ສ້າງ ແລະ ສ້ອມແປງບ້ານເຮືອນ ຂອງຕົນເອງກ່ອນ, ເຊິ່ງປະຊາຊົນເປັນແຮງງານ ພາກສ່ວນລັດຈະສະໜອງທາງດ້ານວັດສະດຸໃຫ້ ແລະ ດ້ານເຕັກນິກແມ່ນບໍລິສັດຮັບຜິດຊອບ.
ໃນໂອກາດດຽວກັນນີ້ ຄະນະຂອງທ່ານ ເຈົ້າແຂວງ-ຮອງເຈົ້າແຂວງໆບໍ່ແກ້ວ ຍັງໄດ້ໄປຢ້ຽມຢາມ ສະຖານທີ່ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າທາ-ຫາດໝວດ ຕື່ມອີກ.