bonus new member 100

ມອບເງິນ ອຸດໜູນເທື່ອດຽວໃຫ້ແກ່ ຜູ້ທີ່ໄດ້ປະກອບສ່ວນ ເຂົ້າໃນພາລະກິດ ປະຕິວັດ ໃນໄລຍະການປະຕິວັດຊາດ ປະຈຳສົກປີ 2015-2016

ໃນຕອນເຊົ້າ ຂອງວັນທີ 5 ພຶດສະພາ 2016 ທີ່ສະໂມສອນ ເມືອງຜາອຸດົມ ໄດ້ຈັດພິທີ ມອບເງິນ ອຸດໜູນເທື່ອດຽວ ຜູ້ຍັງມີຊີວິດ ປະຈຳສົກປີ 2015-2016. ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງໆບໍ່ແກ້ວ, ຜູ້ຊີ້ນຳຂົງເຂດ ວັດທະນະທຳ-ສັງຄົມ, ທ່ານ ພົງສະຫວັນ ປັນຍາສັກ ຮອງເຈົ້າເມືອງໆຜາອຸດົມ, ທ່ານ ພະຫົນ ພົມປັນຍາ ຫົວໜ້າ ພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມແຂວງ, ມີບັນດາການນຳຂອງເມືອງ, ພະນັກງານ ອາວຸໂສບຳນານ ແລະ ບຸກຄົນ ກໍຄື ຄອບຄົວ ທີ່ໄດ້ຮັບນະໂຍບາຍ ດ້ານຕ່າງໆພາຍໃນເມືອງ ເຂົ້າຮ່ວມ.

<

ໃນພິທີດັ່ງກ່າວ, ທ່ານ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຜາອຸດົມ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ວ່າດ້ວຍ ການປະຕິບັດ ນະໂຍບາຍ ເງິນອຸດໜູນເສຍສະຫຼະຊີວິດ ໃຫ້ແກ່ ຜູ້ທີ່ໄດ້ປະກອບສ່ວນ ເຂົ້າໃນພາລະກິດ ປະຕິວັດ ໃນໄລຍະການປະຕິວັດຊາດ ແລະ ໄດ້ຈັດຕັ້ງ ພິທີມອບ-ຮັບ ເງິນອຸດໜູນ ໃຫ້ພະນັກງານ ອາວຸໂສບຳນານ ແລະ ບຸກຄົນ ກໍຄື ຄອບຄົວ ທີ່ໄດ້ຮັບນະໂຍບາຍດ້ານຕ່າງໆ ພາຍໃນເມືອງຜາອຸດົມ ທັງໝົດ 40 ທ່ານ, ເປັນເງິນທັງໝົດ 867.817.500 ກີບ.

ໃນໂອກາດດັ່ງກ່າວ, ທ່ານ ຮອງເຈົ້າແຂວງໆບໍ່ແກ້ວ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ, ເຊິ່ງມີເນື້ອໃນ ບາງຕອນ ດັ່ງນີ້:

ເພື່ອປະຕິບັດນະໂຍບາຍ ຕໍ່ທະຫານ, ພະນັກງານລັດຖະກອນ ກໍຄື ປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນ ເຂົ້າໃນພາລະກິດ ປະຕິວັດ ໃນໄລຍະການປະຕິວັດຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພັກ ແລະ ລັດຖະບານ ກໍ່ໄດ້ມີດຳລັດ ເລກທີ 272/ນຍ, ລົງວັນທີ 16 ກັນຍາ 2015 ວ່າດ້ວຍ ການປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ ການປະຕິວັດຊາດ ປະຊາທິປະໄຕ. ການປະຕິບັດນະໂຍບາຍດັ່ງກ່າວ ມາເບິ່ງແລ້ວກໍ່ຖືກແກ່ຍາວ ຍ້ອນການເກັບກຳຂໍ້ມູນ, ການຄົ້ນຄວ້າ ຕ້ອງໄດ້ປະຕິບັດ ຕາມຂັ້ນຕອນ ຢ່າງລະອຽດ. ຈາກການປະຕິບັດ ເງິນອຸດໜູນ ກໍ່ໄດ້ຄິດໄລ່ໃນແຕ່ລະກໍລະນີ, ເຖິງວ່າຈະໄດ້ສຳໃດນັ້ນ ກໍ່ລ້ວນແຕ່ແມ່ນນະໂຍບາຍ ຂອງພັກ ແລະ ລັດຖະບານ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382