bonus new member 100

ຮອງຫົວໜ້າ ຫ້ອງວ່າການ ລັດຖະບານ ເຄື່ອນໄຫວ ເຮັດວຽກຢູ່ເມືອງ ຜາອຸດົມ

ໃນໂອກດທີ່ຫ້ອງວ່າການລັດຖະບານແລະ ແຂວງບໍ່ແກ້ວ ພວມຫ້າງຫາກະກຽມເງື່ອນໄຂດ້ານ ຕ່າງໆແລະ ສ້າງຂະບວນການທຸກດ້ານເພື່ອເປັນຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກຫ້ອງວ່າການລັດຖະບານ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຂອງບໍ່ແກ້ວ ທີ່ຈະໄຂຂຶ້ນໃນມໍ່ໆນີ້. ໃນວັນທີ 15 ກໍລະກົດ 2015 ດຣ. ນາງ ວຽງສະຫວັນ ດວງສະຫວັນ ຮອງຫົວໜ້າຫ້ອງວ່າການລັດຖະບານ ພ້ອມຄະນະໄດ້ລົງເກັບກຳຂໍ້ມູນ ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືສະພາບທີ່ພົ້ນເດັ່ນ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ.

ໃນໂອກາດນີ້, ທ່ານ ຈັນທອນ ພົນທະລາເຈົ້າເມືອງໆຜາອຸດົມໄດ້ລາຍງານສະພາບການ ພັດທະນາເສດຖະກິດ-ສັງຄົມ ຂອງເມືອງຜາອຸດົມໂດຍຫຍໍ້ໃຫ້ຮອງຫົວໜ້າຫ້ອງວ່າການ ແລະ ຄະນະໄດ້ຮັບຊາບ. ​ປະຈຸບັນທົ່ວເມືອງມີ 73 ບ້ານ, ​ແບ່ງເປັນ 14 ກຸ່ມບ້ານ,  7.069 ຄອບຄົວ, ມີພົນລະເມືອງ 42.000 ​ກວ່າຄົນ, ຍັງມີບ້ານທຸກຍາກ 21 ບ້ານ ກວມ 28 ສ່ວນຮ້ອຍ, ຄອບຄົວທຸກຍາກມີ 1.939 ຄອບຄົວ ກວມ 27 ສ່ວນຮ້ອຍ, ມີເນື້ອທີ່ນາ 28.000 ​ກວ່າເຮັກຕາ ໃນນີ້ມີເນື້ອທີ່ນາແຊງ 900 ກວ່າເຮັກຕາ,ໄດ້ຮັບຜົນຜະລິດເກືອບ 23.000 ໂຕນ, ສະເລ່ຍຜູ້ໜຶ່ງໄດ້ຮັບເຂົ້າເປືອກ 555 ກິ​​ໂລ/ຄົນ/ປີ, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 793 ​ໂດລາ, ​ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 7,3 ສ່ວນຮ້ອຍຕໍ່ປີ, ລວມຍອດຜະລິດຕະພັນພາຍໃນໄລຍະ 5 ປີທີ່ຜ່ານມາບັນລຸ 240 ຕື້ກວ່າກີບ.

ຫຼັງຈາກນັ້ນ, ຮອງຫົວໜ້າຫ້ອງວ່າການລັດຖະບານ ພ້ອມຄະນະໄດ້ສືບຕໍ່ໄປເຄື່ອນໄຫວຢ້ຽມຢາມແລະເກັບກຳຂໍ້ມູນຢູ່ສະຖານທີ່ຕ່າງໆເປັນຕົ້ນ:ກຸ່ມເກັບຊື້ຜົນຜະລິດກະສິກໍາຂອງທ່ານ ນາງແສງເດືອນ ສອນທະວີ; ສາງເກັບມ້ຽນແລະ ຈຳໜ່າຍແນວພັນເຂົ້າຂອງຂະແໜງສົ່ງເສີມກະສິກໍາເມືອງຜາອຸດົມ; ຈຸດສຸມບ້ານໃຫຍ່ນ້ຳຍາວທີຈະສ້າງເປັນຕົວເມືອງນ້ອຍໃນຊົນນະບົດ; ບ້ານຈັດສັນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳທາ 1; ຄອບຄົວຕົວແບບໃນການຜະລິດ  ແລະ ສະຖານ ທີ່ທ່ອງທຽ່ວຈຳນວນໜຶ່ງ ຢູ່ພາຍໃນເມືອງຜາອຸດົມ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382