bonus new member 100

ພິທີ ມອບຮັບເຄື່ອງໃຫ້ຫ້ອງວ່າການ

    ໃນຕອນບ່າຍ ວັນທີ 27 ສິງຫາ 2015 ທີ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ ໄດ້ມີພິທີ ມອບ-ຮັບ ອຸປະ ກອນເຄື່ອງໃຊ້ IT ( ຄອມຕັ້ງໂຕະ, ຈັກກ໋ອບປີເອກະສານ, ໝໍ້ເກັບໄຟ ແລະ ເຈ້ຍ A4) ຈໍານວນໜຶ່ງຊຸດ ມູນຄ່າ 30.000 ບາດໄທ ຈາກບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ມອບໃຫ້ຫ້ອງວ່າການປົກຄອງແຂວງບໍ່ແກ້ວ ເພື່ອນຳໃຊ້ ເຂົ້າໃນວຽກງານລວມຂອງຫ້ອງການ. ໄດ້ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ຄຳແສງ ສຸລິຍະວົງ ຮອງຫົວໜ້າຫ້ອງວ່າການ ປົກຄອງແຂວງ ພ້ອມດ້ວຍຄະນະ;  ສະຫາຍ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ກ່າວຍ້ອງຍໍຊົມເຊີມ, ຂອບອົກຂອບໃຈນຳທ່ານ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ທີ່ໃຫ້ການຊ່ວຍເຫຼືອຄອມພີວເຕີ ໃນຄັ້ງນີ້ ພ້ອມທັງມອບໃບກຽດຕິຄຸນຂອງແຂວງ ຈຳນວນ 01 ໃບ ໃຫ້ບໍລິສັດ ແລະ ຫວັງຢ່າງ ຫຍິ່ງວ່າໃນໂອກາດໜ້າທາງແຂວງບໍ່ແກ້ວ ຈະໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອຈາກທາງ ບໍລິສັດ ຕື່ມອີກ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382