bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ພິທີມອບ-ຮັບ ໃບປະກາດສະນີຍະບັດ ທີ່ໂຮງຮຽນ ເຕັກນິກວິຊາຊີບ ແຂວງບໍ່ແກ້ວ

ພິທີມອບ-ຮັບ ໃບປະກາດສະນີຍະບັດ ໃຫ້ແກ່ນັກສຶກສາ ຜູ້ທີ່ສຳເລັດການສຶກສາ ສົກຮຽນ 2015-2016 ປະຈຳເດືອນພຶດສະພາ 2016 ໄດ້ດຳເນີນ ຢ່າງເປັນທາງການ ໃນວັນທີ 5 ພຶດສະພາ 2016 ທີ່ໂຮງຮຽນເຕັກນິກວິຊາຊີບ ແຂວງບໍ່ແກ້ວ ພາຍໃຕ້ການເປັນ ປະທານຂອງ ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງໆບໍ່ແກ້ວ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ໂດຍມີທ່ານ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ອາຈານສອນ ພ້ອມດ້ວຍນັກສຶກສາ ໂຮງຮຽນເຕັກນິກວິຊາຊີບ ແຂວງບໍ່ແກ້ວ ທີ່ສຳເລັດການສຶກສາ ເຂົ້າຮ່ວມ.

ໃນພິທີກ່າວ, ຄະນະຈັດຕັ້ງພິທີໄດ້ຜ່ານໃບອະນຸມັດຂອງລັດຖະມົນຕີ ວ່າການກະຊວງສຶກສາທິການ ແລະ ກິລາ, ຜ່ານບົດສະຫຼຸບ ການກໍ່ສ້າງນັກສຶກສາ ທີ່ສຳເລັດການສຶກສາ ປະຈຳສົກຮຽນ 2015-2016, ມອບໃບຍ້ອງຍໍ-ໃບກຽດຕິຄຸນ ແກ່ຜູ້ທີ່ມີຄຸນງາມຄວາມດີ ແລະ ມອບໃບປະກາດສະນີຍາບັດ ໃຫ້ແກ່ນັກຜູ້ສຳເລັດການສຶກສາ ຈຳນນ 114 ສະຫາຍ, ຍິງ 42 ສະຫາຍ. ໃນນັ້ນ ທ່ານ ປະທານ ໄດ້ມີຄຳເຫັນໂອ້ລົມ-ຄຳຢ້ຽມຢາມ ຖາມຂ່າວ ອັນອົບອຸ່ນ ຕໍ່ຄະນະພັກ-ຄະນະນຳ, ພະນັກງານ, ຄູອາຈານ ແລະ ນັກສຶກສາທີ່ເຂົ້າຮ່ວມພິທີດັ່ງກ່າວ, ເຊິ່ງມີບາງຄຳເຫັນເຈາະຈິມ ດັ່ງລຸມນີ້:

+ ຕໍ່ກັບພະນັກງານ, ຄູ-ອາຈານ:

1.ທາງໂຮງຮຽນຕ້ອງເອົາໃຈໃສ່ປັບປຸງ ວິທີການປຸກລະດົມຂົນຂວາຍ ໃຫ້ມີນັກຮຽນເຂົ້າມາຮຽນໃຫ້ພຽງພໍ ຕາມແຜນ ໃນທຸກສາວິຊາຮຽນ(ເປັນຕົ້ນ: ກະແສນັກຮຽນທີ່ຮຽນຈົບ ມ.ປາຍ ໃນແຕ່ລະສົກຮຽນ)

2.ຄະນະອຳນວຍການໂຮງຮຽນ ຕ້ອງສືບຕໍ່ເຮັດວຽກການເມືອງແນວຄິດໃຫ້ພະນັກງານ ກໍຄື ຄູ-ອາຈານ ມີຄວາມໜັກແໜ້ນ, ບຸກບື່ນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ.

3.ຕ້ອງເອົາໃຈໃສ່ ຄົ້ນຄວ້າຮໍ່າຮຽນສິ່ງໃໝ່ໆ ແລະ ຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນ ໃຫ້ສູງຂຶ້ນເລືື້ອຍໆ ເພື່ອສ້າງເງື່ອນໄຂຍົກລະດັບ ໂຮງຮຽນເຕັກນິກວິຊາຊີບ ເປັນວິທະຍາໄລ ໃນຕໍ່ໜ້າ.

+ ຕໍ່ນັກຮຽນ-ນັກສຶກສາ:

ພາຍຫຼັງທີ່ໄດ້ສຳເລັດການສຶກສາແລ້ວ ເມື່ອກັບຄືນຮອດກົມກອງ-ທ້ອງຖິ່ນ ຂອງບັນດາສະຫາຍ ຕ້ອງໄດ້ສືບຕໍ່ ຝຶກຝົນຫຼໍ່ຫຼອມຕົນເອງ ດ້ານຄວາມຮູ້-ຄວາມສາມາດ, ຄຸນສົມບັດ ແລະ ແບບແຜນວິທີເຮັດວຽກ ເພື່ອກຽມພ້ອມຮັບໃຊ້ສັງຄົມ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382