bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ພະນະທ່ານ ຄຳໄຕ ສີພັນດອນ ອາດີດ ປະທານພັກ, ປະທານເທດແຫ່ງ ສປປ ລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງບໍ່ແກ້ວ

ໂອກາດມາເຖິ່ງ ໄດ້ໃຫ້ການ ຕ້ອນຮັບຈາກທ່ານ ປ.ອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ພ້ອມດ້ວຍຄະນະນຳ ຂອງແຂວງ-ເມືອງ ອອກຕ້ອນຮັບທີ່ເດີ່ນບິນກົມການເມືອງ. ຈາກນັ້ນ ໄດ້ສືບຕໍ່ໄດ້ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ອ້ອມຂ້າງແຂວງ, ເມືອງ ທີ່ສະໂມສອນແຂວງ.

ພ້ອມທັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານແຜນພັດທະນາເສດຖະກິດ - ສັງຄົມ ຂອງແຂວງໂດຍຫຍໍ້ ຈາກ ທ່ານ ເຈົ້າແຂວງບໍ່ແກ້ວ. ຕະຫຼອດໄລຍະຜ່ານມາ ແຂວງບໍ່ແກ້ວ ແມ່ນໄດ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດວຽກງານ ແຜນພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ໂດຍສຸມໃສມະຕິ 03 ຂອງກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຕາມທິດຍືນຍົງ 4 ເນື້ອໃນ 4 ຄາດໝາຍວ່າງອອກ. ການປະຕິບັດ ແຜນພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ໄດ້ຈັດຕັ້ງຜັນຂະຫຍາຍເປັນ 7 ແຜນງານ 52 ໂຄງການ ແລະ 21 ໂຄງການບູລິມະສິດ ເພື່ອສຸມໃສ່ພັດທະນາ ມາຮອດປະຈຸບັນ ລວມຍອດຜະລິດຕະພັນພາຍ ໃນບັນລຸ 2.525,72 ຕື້ກີບ, ເສດຖະກິດຂະຫຍາຍຕົວໃນລະດັບ 9,7% ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.679,93 ໂດລາ/ຄົນ/ປີ. ທຽບໃສ່ແຜນການ ເພີ້ມຂຶ້ນ 18.75 ໂດລາ, ຂົງເຂດທີ່ມີການລົງທຶນສ່ວນຫຼາຍ ມີຂະບວນການຟົດຟື້ນ ເປັນຕົ້ນແມ່ນກິດຈະການທ່ອງທ່ຽວ, ເຊິ່ງມີນັກລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນ ຫຼາຍຮູບການ. ການປະຕິບັດ ຈັດເກັບລາຍຮັບ ເຂົ້າງົບປະມານຂອງແຂວງ ແມ່ນບັນລຸ 82% ໄປພ້ອມກັນນັ້ນ ເພື່ອຄ້ຳປະກັນສະບຽງອາຫານ ເປັນຕົ້ນ ແມ່ນການຜະລິດເຂົ້າ ໃນປີ 2016 ການຜະລິດເຂົ້າກິນບັນລຸໄດ້ 89.033 ໂຕນ ສະເລ່ຍເຂົ້າກິນໃສ່ຫົວຄົນຜູ້ໜຶ່ງໄດ້ 479 ກິໂລ/ຄົນ/ປີ ແລະ ແຮໄວ້ຈຳນວນໜຶ່ງ, ນອກຈາກນັ້ນ ແຂວງຍັງເອົາໃຈໃສ່ຕໍ່ວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ລຶບລ້າງຄວາມທຸກຍາກ ໂດຍສະເພາະ ແມ່ນວຽກງານ 3 ສ້າງ, ປະຈຸບັນ ມີເສັ້ນທາງໄປຮອດບ້ານກວມ 97,25% ທ່ຽວໄດ້ 2 ລະດູກວມ 77,6%, ມີບ້ານຊົມ ໃຊ້ໄຟຟ້າແລ້ວກວມ 94,54%, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ປະຈຸບັນ ສາມາດປະກາດ ບ້ານພັດທະ ນາຮອບດ້ານໄດ້ແລ້ວ 97 ບ້ານ, ວຽກງານພັກ ແມ່ນມີການພັດທະນາຕາມ 5 ຫຼັກການ 3 ທິດນໍາ ຂອງພັກວາງອອກ ຢ່າງເຂັ້ມງວດ, ທົ່ວແຂວງມີ 8 ອົງຄະນະພັກ 66 ຄະນະພັກຮາກຖານ.

ໂອກາດນີີ້ພະນະທ່ານ ຄຳໄຕ ສີພັນດອນ ອາດີດປະທານພັກ ອາດີດປະທານປະເທດແຫ່ງ ສ ປປ ລາວ ໄດ້ມີຄຳເຫັນທັດ ສະນະຊີ້ນຳໆພາປວງຊົນລາວ ທັງຊາດເວົ້າລວມ ເວົ້າສະເພາະ ກໍ່ຄືປະຊາຊົນຊາວ ແຂວງບໍ່ແກ້ວ ໃຫ້ເອົາໃຈໃສ່ຕໍ່ວຽກງານການເມືອງແນວຄິດ ພາຍໃນພັກພາຍໃນສັງຄົມໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງໂດຍປະຕິບັດ ຕາມ 4 ເນື້ອໃນ 4 ຄາດໝາຍຄຽງຄູ່ກັບວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ, ສ້າງແຂວງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຕາມມະຕິ 03 ຂອງກົມການເມືອງສູນ ກາງພັກ ວາງອອກ, ເຮັດໃຫ້ທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດ ໄດ້ຮັບຮູ້ຕໍ່ແນວທາງການປ່ຽນແປງ ໃໝ່ຂອງພັກເຮົາ. ເອົາໃຈໃສ່ວຽກງານການແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນບັນດາເຜົ່າ ໃຫ້ຫຼຸດພົ້ນອອກຈາກຄວາມດ້ວຍພັດທະນາ ໃນປີ 2020.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382