ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດ ລະດັບຊາດ ໄດ້ເຄື່ອນໄຫວຢຽ້ມຢາມ ແລະ ກວດກາສະພາບຜົນເສຍຫາຍຈາກໄພພິບັດທາງທໍາມະຊາດ ຢູ່ທີ່ແຂວງບໍ່ແກ້ວ ໃນລະຫວ່າງວັນທີ 12-13 ກັນຍາ 2018. ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບຜົນກະທົບ ທີ່ເກີດຈາກໄພພິບັດທໍາມະຊາດ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະທີ່ຜ່ານມາ ເປັນຕົ້ນ:
ຂະແໜງແຮງງານສະຫວັດດີການ-ສັງຄົມ: ເກີດເຫດການໄຟໄໝ້ເຮືອນ ຂອງປະຊາຊົນ 7 ຫຼັງຄາເຮືອນ ໃນ 7 ບ້ານ 5 ເມືອງ, ທົ່ວແຂວງມີຜູ້ຖືກຜົນກະທົບ 47 ຄົນ; ລວມມູນຄ່າເສຍຫາຍ ຈໍານວນ 844 ລ້ານກີບ, ພາຍຸໝາກເຫັບຕົກໃສ່ເຮືອນປະຊາຊົນ ເສຍຫາຍ 1 ຫຼັງ, ເກີດເຫດການລົມພາຍຸພັດແຮງກະທົບໃສ່ເຮືອນປະຊາຊົນ ເສຍຫາຍ 8 ຫຼັງ, ມູນຄ່າເສຍຫາຍ 56 ລ້ານກວ່າກີບ. ເຊິ່ງນັບແຕ່ທ້າຍເດືອນ ພຶດສະພາ 2018 ເປັນຕົ້ນມາ ໄດ້ມີພະຍຸພັດຜ່ານ, ເກີດມີຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ເກີດມີນໍ້າສຸໄຫຼ ແລະ ດິນເຊາະເຈື່ອນ ໃສ່ເຮືອນຂອງປະຊາຊົນເປ່ເພ ຈໍານວນ 4 ຫຼັງ, ເຮືອນຄົວເປ່ເພເສຍຫາຍ 3 ຫຼັງ, ເລົ້າເຂົ້າເສຍຫາຍ ຈໍານວນ 5 ຫຼັງ, ເຂົ້າເປືອກເສຍຫາຍ 9 ໂຕນ ມູນຄ່າຜົນເສຍຫາຍ 273 ລ້ານກີບ.
ຂະແໜງກະສິກໍາ: ມີເນື້ອທີ່ນາປີ ຖືກເສຍຫາຍໃນເນື້ອທີ່ 287 ກວ່າເຮັກຕາ, ຖືກຜົນກະທົບ 418 ກວ່າເຮັກຕາ, ເນື້ອທີ່ໄຮ່ທີ່ຖືກເສຍຫາຍ 48 ກວ່າເຮັກຕາ, ເນື້ອທີ່ສວນໝາກເດືອຍ ເສຍຫາຍ 13 ກວ່າເຮັກຕາ, ຊົນລະປະທານເປ່ເພ ຈໍານວນ 4 ແຫ່ງ, ໜອງປາ 22 ໜອງ ມູນຄ່າເສຍຫາຍຈໍານວນ 2,56 ຕື້ກີບ.
ຂະແໜງໂຍທາທິການ ແລະ ຂົນສົ່ງ: ເສັ້ນທາງຫຼວງແຫ່ງຊາດ R3 ເປເພ 22 ຈຸດ; ເສັ້ນທາງຫຼວງຂອງແຂວງ ຖືກຜົນກະທົບ ມີ 5 ເສັ້ນ; ທາງຫຼວງຂອງເມືອງຖືກຜົນກະທົບ ມີ 10 ເສັ້ນ; ເສັ້ນທາງຊົນນະບົດ ໄດ້ຮັບຜົນກະທົບ ມີ 11 ເສັ້ນ; ເສັ້ນທາງເທດສະບານທີ່ໄດ້ຮັບຜົນກະທົບ ມີ 7 ເສັ້ນ, ລວມມູນຄ່າຄວາມເສຍຫາຍ 63 ຕື້ກວ່າກີບ.
ຂະແໜງພະລັງງານ-ບໍ່ແຮ່: ລະບົບຕາຂ່າຍໄຟຟ້າ 22 ກິໂລໂວນ, ເສົາໄຟຟ້າຫັກ, ໝໍ້ແປງໄຟຟ້າ ເສຍຫາຍປະມານ 450 ລ້ານກວ່າກີບ.
ຂະແໜງສາທາລະນະສຸກ: ລະບົບນໍ້າລິນ ເສຍຫາຍໃນ 3 ເມືອງ ຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜີ້ງ ແລະ ເມືອງຜາອຸດົມ ມູນຄ່າເສຍຫາຍ 970 ລ້ານກີບ.
ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ແລະ ປະເມີນຄວາມເສຍຫາຍ ທີ່ເກີດຂຶ້ນຈາກໄພພິບັດທີ່ເກີດຂຶ້ນທົ່ວແຂວງບໍ່ແກ້ວ ເສຍຫາຍທັງໝົດ 69 ຕື້ກວ່າກີບ. ສຳລັບການຊ່ວຍເຫຼືອແກ້ໄຂໃນເບື້ອງຕົ້ນ, ທາງອໍານາດການປົກຄອງແຂວງບໍ່ແກ້ວ ໄດ້ສຸມທຸກກຳລັງເຂົ້າໄປຊ່ວຍເຫຼືອ ແລະ ໄດ້ມີການລະດົມເຄື່ອງບໍລິຈາກຕ່າງໆ ຈາກທຸກພາກສ່ວນພາຍໃນແຂວງ ໃນນີ້, ໄດ້ລະດົມເງິນສົດ, ເຄື່ອງອຸປະໂພກ-ບໍລິໂພກ ລວມທັງໝົດ 3 ຕື້ກວ່າກີບ ແລະ ໄດ້ນໍາໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ. ເປັນຕົ້ນ ເງິນສົດ, ເຂົ້າກິນ, ນໍ້າກິນນໍ້າໃຊ້ ແລະ ເຄື່ອງໃຊ້ທີ່ຈໍາເປັນ ຈໍານວນໜຶ່ງ. ສໍາລັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 9 ເດືອນ ທີ່ຜ່ານມາ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ລາຍງານຕື່ມວ່າ: ໃນໄລຍະ 9 ເດືອນຜ່ານມາ ເສດຖະກິດຂອງມີການຂະຫຍາຍຕົວໃນລະດັບ 7,5%, ລວມຍອດຜະລິດຕະພັນພາຍໃນ GDP ບັນລຸ 2.663 ຕື້ກີບ, ທຽບໃສ່ແຜນການປີ ປະຕິບັດໄດ້ 89,23%, ລາຍໄດ້ສະເລ່ຍ ປະຕິບັດໄດ້ 1.673 ໂດລາສະຫະລັດ/ຄົນ/ປີ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 1,24%, ການຈັດເກັບລາຍຮັບໄດ້ ປະຕິບັດໄດ້ 218.970,95 ລ້ານກີບ ເທົ່າກັບ 66,91% ຂອງແຜນການປີ.
ໂອກາດ ດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອໍານາດການປົກຄອງແຂວງບໍ່ແກ້ວ ທີ່ສາມາດຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມດຽວນັ້ນ, ທ່ານຍັງໄດ້ມີທິດຊີ້ນໍາ ແລະ ເນັ້ນໜັກ ໃຫ້ສືບຕໍ່ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ບັນລຸຕາມຄາດໝາຍ; ໃນນີ້ ໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ 8 ມາດຕະການ ກະຕຸ້ນເສດຖະກິດຂອງລັດຖະບານ, ຄຽງຄູ່ກັນນັ້ນ ໃຫ້ຕິດຕາມກວດກາຄືນ ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຕ່າງໆ ທີ່ລັດຖະບານອະນຸມັດ, ປັບປຸງສະພາບແວດລ້ອມ ແລະ ການອໍານວຍຄວາມສະດວກ ໃຫ້ແກ່ການດໍາເນີນທຸລະກິດ, ເກັບກໍາ ແລະ ຊອກຄົ້ນຖານລາຍຮັບຕົວຈິງໃຫ້ຄົບຖ້ວນ ໂດຍສະເພາະແມ່ນການຈັດເກັບລາຍຮັບຈາກທີ່ດິນ ແລະ ອື່ນໆ. ສຳລັບການແກ້ໄຂໄພພິບັດ ແມ່ນໃຫ້ເອົາໃຈໃສ່ໃນການຕິດຕາມ, ເຝົ້າລະວັງ ແລະ ແຈ້ງເຕືອນໃຫ້ປະຊາຊົນ ໄດ້ຮັບຮູ້ຢ່າງທັນການ ເພື່ອກຽມພ້ອມຮັບມື; ເອົາໃຈໃສ່ໃນການສ້າງແຜນຮັບມື ໃຫ້ເປັນລະບົບຄົບຊຸດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ; ພາຍຫຼັງນໍ້າລົງ ໃຫ້ຂຶ້ນແຜນການຊ່ວຍເຫຼືອ ຕາມຄວາມຕ້ອງການຕົວຈິງ ເພື່ອລະດົມຈາກພາກສ່ວນຕ່າງໆຢ່າງທັນການ; ເອົາໃຈໃສ່ໃນການຈັດສົ່ງເຄື່ອງຊ່ວຍເຫຼືອບັນເທົ່າ ໃຫ້ໄປເຖິງຜູ້ປະສົບໄພ ຢ່າງທັນການ ແລະ ຫຼີກລ້ຽງການສວຍໂອກາດ.
ໃນການເດີນທາງ ມາເຄື່ອນໄຫວວຽກງານຢູ່ທີ່ແຂວງບໍ່ແກ້ວ ໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມອບເງິນ ຈໍານວນ 50 ລ້ານກີບ ໃຫ້ອົງການປົກແຂວງບໍ່ແກ້ວ ແລະ ມອບເງິນ ຈໍານວນ 10 ລ້ານກີບ ໃຫ້ອໍານາດການປົກຄອງ ບ້ານດອນໃຈ, ເມືອງຫ້ວຍຊາຍ ເພື່ອນໍາໃຊ້ເຂົ້າໃນການຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ຖືກຜົນກະທົບ ຕື່ມອີກ.