bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ແຂວງບໍ່ແກ້ວສະເຫຼີມສະຫຼອງວັນສ້າງຕັງຄົບຮອບ 40 ປີ

 

ແຂວງບໍ່ແກ້ວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍ່ແກ້ວ 26 ມີນາ ຄົບຮອບ 40 ປີ ໃນວັນທີ 26 ມີນານີ້ ທີ່ເດີນກິລາຂອງແຂວງ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີຄະນະຜູ້ແທນການນຳຈາກສູນກາງ, ບັນດາແຂວງ ທັງພາຍໃນ ແລະ ຕ່າງປະເທດ, ອາດີດການນຳ ແລະ ມວນຊົນບັນດາເຜົ່າຊາວແຂວງບໍ່ແກ້ວ. ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆບໍ່ແກ້ວ ໄດ້ກ່າວປາໄສວ່າ: ວັນທີ 26 ມີນາ 1983 ເປັນວັນສ້າງຕັ້ງແຂວງບໍ່ແກ້ວຢ່າງເປັນທາງການ ຊຶ່ງໄດ້ແຍກເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ ແລະ ເມືອງເມິງ ອອກຈາກແຂວງຫຼວງນໍ້າທາ, ໃນປີ 1992 ສູນກາງພັກໄດ້ຕົກລົງ ມອບໂອນເອົາ ເມືອງຜາອຸດົມ ແລະ ເມືອງປາກທາ  ຂອງແຂວງອຸດົມໄຊ ມາຂຶ້ນກັບແຂວງບໍ່ແກ້ວ. ປະຈຸບັນແຂວງບໍ່ແກ້ວ ມີພົນລະເມືອງທັງໝົດ 2 ແສນ 2 ພັນ 775 ຄົນ, ຍິງ 1 ໝື່ນ 547 ຄົນ, ມີ 5 ເມືອງ, 248 ບ້ານ, 3 ໝືນ 6 ພັນ 375 ຄອບຄົວ. ການສ້າງຕັ້ງແຂວງບໍ່ແກ້ວໃນປີ 1983 ບັນດາພື້ນຖານໂຄງລ່າງຂອງເສດຖະກິດສັງຄົມ, ບໍ່ມີເສັ້ນທາງຄົມມະນາຄົມທາງລົດຈາກເມືອງຫາຕາແສງ, ຕາແສງຫາບ້ານ, ລະບົບໄຟຟ້ານໍ້າປະປາບໍ່ໄດ້ຮັບການກໍ່ສ້າງ, ໂຮງຮຽນ, ໂຮງໝໍ ມີແຕ່ຢູ່ໃນຕົວເມືອງຈໍານວນນຶ່ງ ປະຊາຊົນສ່ວນຫຼາຍບໍ່ໄດ້ຮັບການສຶກສາ ແລະ ເຂົ້າເຖິງການບໍລິການກວດ ແລະ ປິ່ນປົວສຸຂະພາບ. ການຜະລິດຂຶ້ນກັບທຳມະຊາດ, ຊີວິດການເປັນຢູ່ຂອງປະຊາຊົນພົບຄວາມຫຍຸ້ງຍາກ ແລະ ອື່ນໆ. ການສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍ່ແກ້ວປີນີ້ມີບັນຍາກາດອັນເບີກບານມ່ວນຊື່ນ ແລະ ສະຫງ່າລາສີເຕັມໄປດ້ວຍຄວາມເອກອ້າງທະນົງໃຈ, ຕໍ່ໄຊຊະນະອັນໃຫຍ່ຫຼວງທີ່ຍາດມາໄດ້ຕະຫຼອດໄລຍະ 40 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍ່ແກ້ວ ພາຍໃຕ້ການນໍາພາຂອງອົງຄະນະພັກ, ການຄຸ້ມຄອງບໍລິຫານຂອງອົງການປົກຄອງ, ໃນການສ້າງຂະບວນການແຂ່ງຂັນຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ໄດ້ປຸ້ມລຸມຄວາມສາມັກຄີເປັນກ້ອນກໍາລັງແຂງແຮງທົ່ວປວງຊົນຂອງແຂວງບໍ່ແກ້ວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາແຂວງບໍ່ແກ້ວ ສາມາດບັນລຸຫຼາຍດ້ານ ( ສຽງ ). ຈາກປະສົບການ, ບົດຮຽນທີ່ຖອດຖອນໄດ້ ໃນຕໍ່ໜ້ານີ້ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງບໍ່ແກ້ວທຸກທົ່ວໜ້າ ຈະເຊີດຊູນ້ຳໃຈຮັກຊາດ ຮັກລະບອບໃໝ່ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ, ສ້າງກຳລັງແຮງມະຫາສາມັກຄີເປັນຈິດນຶ່ງໃຈດຽວ ເຮັດໃຫ້ດີ, ເຮັດໃຫ້ໄວ, ເຮັດໃຫ້ຫຼາຍ, ເຮັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເຂັ້ມງວດໃນການປະຕິບັດກົດໝາຍ ແລະ ລະບຽບການ, ເຂັ້ມງວດການແກ້ໄຂບັນຫາຫຍໍ້ທໍ້, ເຂັ້ມງວດງານ ເພື່ອຍົກປະສິດທິພາບປະສິດທິຜົນ, ບຸກໃນການສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ບຸກໃນການສ້າງຄວາມເປັນເຈົ້າການພັດທະນາ, ບຸກການສ້າງຂະບວນການສ້າງຕົວແບບໃຫ້ພົ້ນເດັ່ນ ແລະ ຍືນຍົງ. ເພື່ອພັດທະນາແຂວງບໍ່ແກ້ວໃຫ້ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້. ໂອກາດນີ້ ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດປະດັບຫຼຽນໄຊອິດສະຫຼະ ຊັ້ນ 3 ໃຫ້ແຂວງບໍ່ແກ້ວ ທີ່ມີຜົນງານປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງບໍ່ແກ້ວ ຕະຫຼອດໄລຍະຜ່ານມາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 40 ປີ ພ້ອມທັງມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຄະນະການນຳ ແລະ ປະຊາຊົນບັນດາເຜົ່າຊາວແຂວງບໍ່ແກ້ວ ຈົ່ງສືບຕໍ່ບຸກທະລຸທັງ 4 ດ້ານ ໃຫ້ແຂງແຮງກ່ວາເກົ່າ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນໃນທົ່ວແຂວງ, ເສີມຂະຫຍາຍຈິດໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມກັນສຸມໃສ່ຄົ້ນຄວ້າ, ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ ຢ່າງສຸດຂີດ ຕິດພັນກັບການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການຜະລິດສິນຄ້າໃຫ້ຫຼາຍ, ຫັນປ່ຽນຈາກເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າ, ປັບປຸງສັງຄົມບໍລິໂພກ ໃຫ້ກາຍເປັນສັງຄົມການຜະລິດ ທີ່ມີການແຂ່ງຂັນກວ້າງຂວາງທົ່ວເຖິງທຸກຊົນເຜົ່າ ທັງຢູ່ທົ່ງພຽງ ແລະ ພູດອຍ, ສູ້ຊົນແກ້ໄຂຄອບຄົວ, ບ້ານ, ເມືອງທຸກຍາກ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ປັບປຸງປ່ຽນແປງແບບແຜນທຳມາຫາກິນ, ສ້າງຖ່ວງທ່າ ແລະ ພື້ນຖານອັນໜັກແໜ້ນ ເພື່ອເຮັດໃຫ້ແຂວງບໍ່ແກ້ວ ສືບຕໍ່ພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ສືບຕໍ່ບຸກທະລຸ ທາງດ້ານການພັດທະນາຊັບພະຍາກອນມະນຸດ ແນໃສ່ສ້າງຄວາມສີວິໄລ ທາງດ້ານວັດທະນະທຳ ແລະ ຈິດໃຈ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ຢ່າງເດັດຂາດ ໂດຍສະເພາະແມ່ນ ບັນຫາຢາເສບຕິດ, ຄ່ານິຍົມທີ່ບໍ່ຖືກຕ້ອງອື່ນໆ, ແກ້ໄຂຄວາມແຕກໂຕນກັນລະຫວ່າງຕົວເມືອງ ກັບຊົນນະບົດ, ຊັ້ນຄົນຕ່າງໆ ໃຫ້ຮັບປະກັນຄວາມຍຸຕິທຳໃນສັງຄົມ ໃຫ້ນັບມື້ນັບດີຂຶ້ນ.ສືບຕໍ່ປະຕິບັດນະໂຍບາຍຫັນລົງຮາກຖານ ຕາມທິດ 3 ສ້າງ ຕິດພັນ ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃຫ້ມີການຫັນປ່ຽນ ແລະ ກາຍເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງກ່ວາເກົ່າ

 

 

 

 

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382