bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2020

ຫ້ອງວ່າການແຂວງບໍ່ແກ້ວ ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2020 ແລະ ວາງທິດທາງແຜນການແຂ່ງຂັນ 2021-2025 ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນຢ່າງເປັນທາງການຕອນເຊົ້າເວລາ 8 ໂມງ 00 ນາທີ ຂອງວັນທີ 23 ພຶດສະພາ 2023 ພາຍໃຕ້ການເປັນປະທານ ຂອງທ່ານ ຄໍາເກິ່ງ ຜິວວັນນາ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ມີຄະນະຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າຂະແໜງ, ວິຊາການ ແລະ ແຂກເຂົ້າຮ່ວມ; ກອງປະຊຸມໄດ້ຮັບຟັງການຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການເປີດຂະບວນການແຂ່ງຂັນຍ້ອງຍໍທົ່ວປະເທດໃນໄລຍໄໝ; ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 07 ມັງກອນ 2020; ຄໍາແນະນໍາຂອງກະຊວງພາຍໃນ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ດໍາລັດແຂ່ງຂັນຍ້ອງຍໍ; ຂໍ້ຕົກລົງຄະນະຮັບຜິດຊອບ; ຜ່ານບົດສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2020 ແລະ ທິດທາງແຜນການ 2021-2025.​ຜ່ານຫຼັງສໍາເລັດການຜ່ານບັນດາເອກະສານແລ້ວ ໄດ້ຈັດພິທີ່ມອບ-ຮັບ ຫຼຽນໄຊແຮງງານຊັ້ນ 1 ມີ 01 ທ່ານ, ຊັ້ນ 2 ມີ 06 ທ່ານ, ຊັ້ນ 3 ມີ 7 ທ່ານ; ຫຼຽນກາແຮງງານ ມີ 16 ທ່ານ, ໃບຍ້ອງຍໍລັດຖະບານ 9 ທ່ານ, ໃບຍ້ອງຍໍເຈົ້າແຂວງ 3 ທ່ານ ໂດຍເປັນກຽດມອບ-ຮັບ ຂອງທ່ານ ດຣ ຄໍາຜະຫຍາ ພົມປັນຍາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ. ຕອນທາຍກອງປະຊຸມຍັງໄດ້ຮັບຟັງຄໍາເຫັນໂອ້ລົງຂອງທ່ານ ຮອງເຈົ້າແຂວງ ເພື່ອເປັນເຂັມທິດເຍື່ອງທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ.

 

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382