ຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 18 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຊັ້ນ 01 ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອ ວັນສໍາຄັນຕ່າງໆ ຂອງພັກ ແລະ ລັດ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ນາງ ຈັນປີງ ໂສລະຖີ ຮອງເລຂາຄະນະພັກຖາກຖານ, ຫ້ອງຫົວໜ້າຫ້ອງວ່າການແຂວງ, ມີຄະນະພັກຫາກຖານ, ເລຂາ-ຮອງເລຂາໜ່ວຍພັກ, ກໍາມະການໜ່ວຍພັກ, ສະມາຊິກ, ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງເຂົ້າຮ່ວມຢ່າງພ້ອມພຽງ ເພື່ອຫວນຄືນມູນເຊື້ອອັນດີງາມຂອງບັນພະບູລຸດ, ພະນັກງານ-ນັກຮົບ ປະຕິວັດ ທີ່ໄດ້ເສຍສະລະເລືອດເນື້ອໃນການປະຕິວັດກອບກູ້ເອົາປະເທດຊາດມາຮອດທຸກມື້ນີ້.
ພິທີ່ດັ່ງກ່າວໄດ້ຮັບການເຊື່ອມຊຶມ ປະຫວັດ, ມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນຂອງວຽກງານສື່ມວນຊົນ ແລະ ການພີມຈຳໜ່າຍ ຄົບຮອບ 73 ປີ ( 13 ສິງຫາ 1950-13 ສິງຫາ 2023 ) ໂດຍສະຫາຍ ຄໍາຈັນ ຄໍາສຸພາສິດ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ; ເຊື່ອມຊຶມ ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 114 ປີ (13/7/1909-13/7/2023) ໂດຍສະຫາຍ ຄໍາຫຼ້າ ຈັນທະວົງ ຄະນະພັກຫາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ; ເຊື່ອມຊຶມ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ຄົບຮອບ 73 ປີ ( 13 ສິງຫາ 1950-13 ສິງຫາ 2023) ໂດຍສະຫາຍ ສີວິໄລ ສີແສນດີ ຄະນະພັກຫາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ; ເຊື່ອມຊຶມ ວັນສ້າງຕັ້ງອາຊຽນ ຄົບຮອບ 56 ປີ ( 8/8/1967-8/8/2023)ໂດຍສະຫາຍ ນາງ ຈັນປີງ ໂສລະຖີ ຄະນະພັກຖາກຖານ, ຫ້ອງຫົວໜ້າຫ້ອງວ່າການແຂວງ.