ວັນທີ 28 ມິຖຸນາ ນີ້ ໜ່ວຍພັກ ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຈັດພິທີ ຮັບເອົາມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ເຂົ້າເປັນສະມາຊິກ ພັກປະຊາຊົນ ປະຕິວັດລາວ ໃໝ່ຈຳນວນ 3 ສະຫາຍ ໂດຍການເປັນປະທານ ຂອງສະຫາຍ ເພັງສອນ ແກ້ວວິໄລ ກຳມະການພັກແຂວງ ເລຂາໜ່ວຍພັກຫ້ອງວ່າການແຂວງ, ມີບັນດາທ່ານ ແຂກຮັບເຊີນ ຈາກພາກສ່ວນ ທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຊາຊົນ ແລະ ສະມາຊິກພັກສົມບູນ - ສໍາຮອງເຂົ້າຮ່ວມ.
ໃນພິທີ ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ໄດ້ຜ່ານໃບສະເໜີ ຂໍເຂົ້າເປັນສະມາຊິກພັກ ສະໄໝສຳຮອງ ຂອງພັກປະຊາຊົນ ປະຕິວັດລາວ, ຕາງໜ້າສະມາຊິກພັກສົມບູນ ໄດ້ຂຶ້ນອ່ານໃບຢັ້ງຢືນ ໃນການຕິດຕາມມະຫາຊົນກ້າວໜ້າ, ພ້ອມທັງ ສະເໜີໃຫ້ຄະນະພັກຂັ້ນເທິງ ພິຈາລະນາ ຮັບເອົາມະຫາຊົນ ຜູ້ທີ່ມີຜົນງານດີເດັ່ນ ແລະ ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ. ຈາກນັ້ນ ສະຫາຍ ສີວິໄລ ສີແສນດີ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍ ການອານຸມັດຮັບຮອງເອົາມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 3 ສະຫາຍ, ເຊິ່ງຜູ້ກ່ຽວ ແມ່ນໄດ້ຜ່ານໄລຍະການຕິດຕາມ ຜົນງານການເຄື່ອນໄຫວ ແລະ ຜ່ານການຮຽນກົດລະບຽບ ຂອງພັກປະຊາຊົນ ປະຕິວັດລາວ ເປັນເວລາ 6 ເດືອນ ຕາມລະບຽບພັກ. ຈາກນັ້ນ ເລຂາໜ່ວຍພັກ ໄດ້ຂຶ້ນຈັບມືຮັບຮອງເອົາມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຢ່າງເປັນທາງການ.
ພ້ອມທັງ ໄດ້ໃຫ້ຄຳໂອວາດ ຕັກເຕືອນ ຊີ້ນຳ ເນັ້ນໜັກ ໃຫ້ສະມາຊິກພັກສົມບູນ-ສຳຮອງ ຈົ່ງເອົາໃຈໃສ່ເຄື່ອນໄຫວປະຕິບັດ ຕາມພາລະບົດບາດ, ສິດ-ໜ້າທີຂອງຕົນ ຕາມ 5 ໜ້າທີ 6 ສິດ ຂອງກົດລະບຽບພັກວາງອອກ ຢ່າງເຂັ້ມງວດ, ບັນຫາສຳຄັນແມ່ນ ການເພີ້ມທະວີຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກສົມບູນ ແລະ ເປັນສະມາຊິກພັກ ທີ່ດີເດັ່ນຂອງພັກ. ເຮັດໃຫ້ໜ່ວຍພັກ ກາຍເປັນ ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ໃນຕໍ່ໜ້າ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳ ຂອງພັກວາງອອກ.
ຂຽນ: ບຸນຈັນ ມະນີໄຊ 29 ມິຖຸນາ 2017