ໜ່ວຍພັກຄົ້ນຄວ້າສັງລວມສໍາເລັດກອງປະຊຸມກາງສະໄໝ ຄັ້ງທີ່ II
ກອງປະຊຸມກາງສະໄຫມ ຂອງໜ່ວຍພັກຄົ້ນຄວ້າ-ສັງລວມ ຄັ້ງທີ II ໄດ້ໄຂຂຶ້ນໃນລະຫວ່າງວັນທີ 16-18 ພຶດສະພາ 2023, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ຊັ້ນ 3, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຈັນປິງ ໂສລະທີ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຄົ້ນຄວ້າສັງລວມ, ເຊິ່ງມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 19 ສະຫາຍ, ຍິງ 6 ສະຫາຍ ໃນນີ້, ມີແຂກຖືກເຊີນເຂົ້າຮ່ວມ 3 ສະຫາຍ ມາຈາກຄະນະກວດກາພັກ-ລັດແຂວງ, ຄະນະຈັດຕັ້ງແຂວງ,...