bonus new member 100

ຄຳ​ເຫັນ​ຂອງ​ທ່ານ ຫົວໜ້າຫ້ອງວ່າການ ຕໍ່​ເວັບ​ໄຊ້

ສະບາຍດີ ທ່ານຜູ້ອ່ານ ທີ່ນັບຖື !

ຫ້ອງວ່າການປົກຄອງແຂວງ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຂ່າວມາຍັງທ່ານນັກອ່ານ, ຜູ້ສະແຫວງຫາຂໍ້ມູນທາງເວັບໄຊ້ວ່າ: ຫ້ອງວ່າການປົກຄອງແຂວງໄດ້ເປີດໂຕ ເວັບໄຊ້ ຂອງແຂວງບໍ່ແກ້ວ ຢ່າງເປັນທາງການແລ້ວ.

ໃນໂອກາດນີ້ ໃນນາມ ຫົວໜ້າຫ້ອງວ່າການປົກ ຄອງແຂວງ ຂ້າພະເຈົ້າຂໍຖືເປັນກຽດແຈ້ງຂ່າວມາຍັງທ່ານ ເພື່ອຊາບເນື້ອໃນຈິດໃຈສຳຄັນຂອງເວັບໄຊ້ ແຂວງບໍ່ແກ້ວ ດັ່ງນີ້:

ຈຸດປະສົງ ຂອງການສ້າງເວັບໄຊ້ແຂວງບໍ່ແກ້ວ ແມ່ນເພື່ອປະຕິບັດພາລະບົດບາດ, ໜ້າທີ່ ແລະ ສິດຂອງຫ້ອງວ່າການປົກຄອງແຂວງ ທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍລັດຖະບານ ແລະ ດຳລັດ 291/ນຍ, ຊຶ່ງໃນນັ້ນ ຫ້ອງວ່າການປົກຄອງແຂວງ ມີໜ້າທີ່ ບໍລິການ ຮັບໃຊ້ປະຊາຊົນ, ສະໜອງຂໍ້ມູນ, ເຜີຍແຜ່ ແນະນໍານະໂຍບາຍ, ນິຕິກໍາ ແລະ ການເຄື່ອນໄຫວຂອງແຂວງ ແລະ ຫ້ອງວ່າການປົກຄອງແຂວງ.

ເນື້ອໃນ ທີ່ສໍາຄັນ ຂອງເວັບໄຊ້ແຂວງບໍ່ແກ້ວ ທີ່ຈະລົງເຜີຍແຜ່ແນະນໍາ: ນະໂຍບາຍ ແລະ ນິຕິກໍາທີ່ສໍາຄັນ ເຊັ່ນ: ມະຕິຕົກລົງ, ຄໍາສັ່ງ, ຂໍ້ຕົກລົງ, ແຈ້ງການຕ່າງໆ. ພ້ອມກັນນັ້ນ ກໍ່ຍັງມີສະພາບທີ່ພົ້ນເດັ່ນຂອງແຂວງ, ການເຄື່ອນໄຫວສໍາຄັນຂອງແຂວງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງແຕ່ລະໄລຍະ, ແຫຼ່ງທ່ອງທ່ຽວພາຍໃນແຂວງ ແລະ ພື້ນທີ່ໂຄສະນາຈຳນວນໜຶ່ງ.

ລວມຄວາມວ່າ ການບໍລິການ ຜ່ານເວັບໄຊ້ນີ້ ແມ່ນສື່ ແລະ ຊ່ອງທາງ ປະການໜຶ່ງ ຂອງການພົບປະ ແລະ ປະຊາສໍາພັນ ແບບໜຶ່ງລະຫວ່າງລັດຖະບານກັບປະຊາຊົນ ຊັ້ນຄົນຕ່າງໆ ຈະແໜ້ນແຟ້ນຍິ່ງໆ ຂຶ້ນ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382