bonus new member 100

ຄໍານັບຊົມເຊີຍກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ສະໄໝທີ VI ຢ່າງສຸດອົກສຸດໃຈ !

ທ່ານ ບຸນທອງ ຈິດມະນີ ໂອ້ລົມພະນັກງານຫຼັກແຫຼ່ງ ເມືອງຕົ້ນເຜິ້ງ

ໃນໂອກາດທີ່ເດີນທາງໄປເຮັດວຽກ ແລະ ຢ້ຽມຢາມແຂວງບໍ່ແກ້ວ ໃນລະຫວ່າງວັນທີ 20-22 ສິງຫາ 2020 ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ປະທານ ອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫ່ງ ຂອງເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໂດຍມີການນຳ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ເຂົ້າຮ່ວມຮັບຟັງ.

​ທ່ານເຈົ້າເມືອງຕົ້ນເຜິ້ງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ທ່ານຮອງນາຍົກ ແລະ ຄະນະຊາບ. ເມືອງຕົ້ນເຜິ້ງເປັນເມືອງໜຶ່ງ ທີ່ຂຶ້ນກັບແຂວງບໍ່ແກ້ວ ມີຊາຍແດນຕິດຈອດກັບ 2 ປະເທດ ຄື: ໄທ ແລະ ມຽນມາ ມີພົນລະເມືອງ 32.743 ຄົນ, ຍິງ 16.160 ຄົນ, ມີ 6.004 ຄົວເຮືອນ ປະກອບມີ 38 ບ້ານ, ແບ່ງອອກເປັນ 7 ກຸ່ມບ້ານ ແລະ 4 ບ້ານໃຫຍ່ ມີທັງໝົດ 10 ເຜົ່າ,ອາຊີບຕົ້ນຕໍຂອງປະຊາຊົນ ປູກຝັງ-ລ້ຽງສັດ ແລະ ເຮັດການບໍລິການຄ້າຂາຍ. ໃນໄລຍະຜ່ານມາເມືອງໄດ້ສຸມໃສ່ ຊຸກຍູ້ຊາວກະສິກອນຜະລິດກະສິກຳການປູກຝັງ, ລ້ຽງສັດ, ຜະລິດເປັນສິນຄ້າຢູ່ບັນດາກຸ່ມບ້ານ, ບ້ານໃຫຍ່ ເພື່ອຮັບປະກັນການຕອບສະໜອງສະບຽງອາຫານໃຫ້ພາຍໃນ ແລະ ສົ່ງອອກ ເປັນຕົ້ນ ສຸມໃສ່ຜະລິດເຂົ້ານາປີ ໃນເນື້ອທີ່ 2.448 ຮຕ, ໄຮ່ໝູນວຽນເນື້ອທີ່ 473,4 ຮຕ, ມາຮອດປະຈຸບັນ ເນື້ອທີ່ປູກພືດສະບຽງອາຫານມີ 76,67 ຮຕ, ໃນ 1 ເດືອນຜ່ານມາສາມາດເກັບກູ້ຜົນຜະລິດໄດ້ 10 ໂຕນ. ອັນພົ້ນເດັ່ນ ໄດ້ຕັ້ງກຸ່ມປູກພືດຜັກບ້ານໃຫຍ່ນ້ຳເກິ່ງໃໝ່ (ຄຸ້ມດອຍແດງ) ຈຳນວນ 01 ກຸ່ມ, ມີ 47 ຄອບຄົວ, ເນື້ອທີ່ 9,4 ເຮັກຕາ ສາມາດເກັບກູ້ຜົນຜະລິດໄດ້ແລ້ວ 3 ໂຕນ, ນອກນັ້ນ, ຍັງມີສວນກ້ວຍຫອມ ເນື້ອທີ່ 792,97 ເຮັກຕາ ມີ 20 ບໍລິສັດ, ໝາກພ້າວນໍ້າຫອມ ເນື້ອທີ່ 4,47 ເຮັກຕາ ມີ 1.320 ຕົ້ນ, ຫົວອີບຸກເນື້ອທີ່ 30,233 ເຮັກຕາ ມີ 3 ບໍລິສັດ, ໝາກເດືອຍ ເນື້ອທີ່ 16 ເຮັກຕາ ມີ 4 ບໍລິສັດ, ມັນດ້າງ ເນື້ອທີ່ 46,08 ເຮັກຕາ ມີ 3 ບໍລິສັດ ສາມາດເກັບກູ້ໄດ້ແລ້ວ ຈຳນວນ 40 ໂຕນ, ກາເຟ ເນື້ອທີ່ 8,4 ເຮັກຕາ, ສາລີແຂງ ເນື້ອທີ່ 40,26 ເຮັກຕາ, ໄມ້ໃຫ້ໝາກໃນເນື້ອທີ່ 143,08 ເຮັກຕາ, ຢາງພາລາ 2.839 ເຮັກຕາ ສົ່ງອອກຢາງ ແລ້ວ 70 ໂຕນ, ຟາມງົວ 8 ຟາມ ມີງົວ 807 ໂຕ ,ຟາມແບ້ 1 ຟາມ ມີແບ້ 60 ໂຕ, ໝູ 3 ຄອກ ມີໝູ 30 ໂຕ ເນື້ອທີ່ 0,96 ເຮັກຕາ. ຜ່ານການກວດກາ ແລະ ປະເມີນການພົ້ນທຸກປະຈຳປີ 2020 ມີ 4 ບ້ານເປົ້າໝາຍ 986 ຄອບຄົວ, ສາມາດລຶບລ້າງຄວາມທຸກຍາກໄດ້ 2 ບ້ານຄື: ບ້ານຍາງໃຕ້ ແລະ ບ້ານເບີໜຶ່ງ. ໄລຍະຜ່ານມາ ກໍ່ຄືປະຈຸບັນ ເມືອງໄດ້ເອົາໃຈໃສ່ໃນການອະນຸລັກ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງເຜົ່າ ຂອງຊາດ ເປັນຕົ້ນ ເອກະລັກການນຸ່ງຖື, ຂັບລຳ ແລະ ສົ່ງເສີມການທ່ອງທ່ຽວ ອັນພົ້ນເດັ່ນ ສາມາດເປີດແຫຼ່ງທ່ອງທ່ຽວດ້ານ ທຳມະຊາດໄດ້ 1 ຈຸດ; ພິເສດ ໃນໄລຍະນີ້ເອົາໃຈໃສ່ ເຜີຍແຜ່ວິທີປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ 19 ທາງວິທະຍຸ, ໂທລະໂຄ່ງຂອງເມືອງ ແລະ ບ້ານເປັນປົກກະຕິ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ການນໍາ ຂອງເມືອງ ໂດຍທ່ານໄດ້ເນັ້ນໜັກ ໃຫ້ ຮີບຮ້ອນເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງເມືອງ ທີ່ຫາກໍ່ສໍາເລັດໄປແລ້ວນັ້ນ ໂດຍຫັນເປັນອັນລະອຽດ, ຫັນເປັນແຜນງານ, ແຜນວຽກ ໃຫ້ບັນດາຫ້ອງການ ຂະແໜງການ, ຫັນເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂອງທົ່ວປວງຊົນ, ເອົາໃຈໃສ່ເປັນພິເສດໃນການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ແລະ ພະຍາດຕາມລະດູການ; ເອົາໃຈໃສ່ໃນການສະກັດກັ້ນບັນຫາຢາເສບຕິດເນື່ອງຈາກເມືອງຕົ້ນເຜິ້ງ ມີຊາຍແດນຕິດກັບຫຼາຍປະເທດ ແລະ ເປັນທາງຜ່ານຂອງຫຼາຍກຸ່ມຄົນ; ເອົາໃຈໃສ່ຄົ້ນຄວ້າ ແລະ ໝູນໃຊ້ກໍາລັງແຮງ, ໂອກາດ ແລະ ທ່າແຮງຂອງເມືອງທີ່ມີ ໃນການພັດທະນາເສດຖະກິດ, ຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມ, ໃຫ້ປະຊາຊົນເປັນເຈົ້າໃນການຄຸ້ມຄອງ ແລະ ນໍາໃຊ້ທ່າແຮງໃນການຜະລິດຕ່າງໆ; ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ ໂດຍການແບ່ງສັນປັນສັດສ່ວນ ອັນໃດຄວນໃຫ້ປະຊາຊົນເປັນຜູ້ເຮັດ, ອັນໃດຄວນເຮັດຮ່ວມກັນ, ອັນໃດຄວນລົງທຶນຮ່ວມກັບຕ່າງປະເທດ ຫຼື ໃຫ້ຕ່າງປະເທດມາລົງທຶນ; ສູ້ຊົນສ້າງໃຫ້ເມືອງຕົ້ນເຜິ້ງກາຍເປັນເມືອງກຸ້ມຕົນເອງໃນອະນາຄົດ. ສືບຕໍ່ຊຸກຍູ້ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເກັບກໍາສະພາບຄອບຄົວທຸກຍາກ, ບ້ານທຸກຍາກ ແລະ ສົ່ງເສີມໃຫ້ເຂົາເຈົ້າມີລາຍຮັບເພີ່ມຂຶ້ນ ກ້າວໄປສູ່ຄອບຄົວພົ້ນທຸກ; ພິເສດໃນໄລຍະກຽມເປີດສົກຮຽນໃໝ່ນີ້ ໃຫ້ຕິດພັນກັບການປ້ອງກັນພະຍາດ COVID-19 ໃນໂຮງຮຽນ. ພ້ອມກັນນີ້ຄວນມີແຜນພັດທະນາ, ຝຶກອົບຮົມສີມືແຮງງານ ວ່າຈະຝຶກແຮງງານປະເພດໃດ ຝຶກມາໃຫ້ເຂົາເຈົ້າເຮັດຫຍັງ ໂດຍສະເພາະແຮງງານທີ່ກັບຈາກຕ່າງປະເທດ ຕ້ອງມີການຝຶກອົບຮົມໃຫ້ເຂົາເຈົ້າ ແລະ ຈັດສັນອາຊີບໃຫ້ເຂົາເຈົ້າຕາມຄວາມສາມາດ ແລະ ຄວາມຊຳນານ. ສໍາລັບວຽກງານປັບປຸງພາຍໃນ ໃຫ້ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານ ພ້ອມທັງຊ່ວຍຊຸກຍູ້ແນວລາວສ້າງຊາດ,ອົງການຈັດຕັ້ງມະຫານຊົນ ໃຫ້ໄດ້ເຄື່ອນໄຫວປະຕິບັດໜ້າທີ່ ຕາມພາລະບົດບາດຂອງຕົນເອງ; ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ, ຄະນະປະຈໍາ ໂດຍຖອດຖອນບົດຮຽນການນໍາພາໃນໄລະຍະຜ່ານມາ; ເພີ່ມທະວີຕວາມສາມັກຄີເປັນເອກະພາບ ພາຍໃນອົງຄະນະພັກ ໂດຍເອົາຄະນະປະຈໍາພັກ ເປັນຫົວຈັກຫ໌ັກແຫຼ່ງ ໃນການເຕົ້າໂຮມຄວາມສາມັກຄີທົ່ວອົງຄະນະພັກ ແລະ ທົ່ງປວງຊົນພາຍໃນເມືອງໃຫ້ເປັນປຶກແຜ່ນ ແລ້ວພ້ອມກັນພັດທະນາເມືອງກ້າວໜ້າຕໍ່ໄປ.

ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ຊຶ່ງໄດ້ຮັບຟັງການລາຍງານ ສະພາບການພັດທະນາເສດຖະກິດພິເສດສາມຫຼ່ຽມຄໍາ; ຢ້ຽມຊົມການກໍ່ສ້າງ ແລະ ພັດທະນາທ່າເຮືອຂົນສົ່ງສິນຄ້າ, ທ່າເຮືອຂົນສົ່ງໂດຍສານ ແລະ ທ່ຽວຊົມການພັດທະນາແຫຼ່ງທ່ອງທ່ຽວດອນຊາວ ຕື່ມອີກ.

ຫ້ອງວ່າການປົກຄອງແຂວງ ປະຕິບັດໜ້າທີ່ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິການທີ່ດີ

ເຊີນທ່ຽວບໍ່ແກ້ວ ມະນີລໍ້າຄ່າ ປ່າດອກງີ້ວບານ ເທດສະການບັນດາເຜົ່າ ຖິ່ນເກົ່າສຸວັນນະໂຄມຄໍາ

No result...

ແຜນທີແຂວງບໍ່ແກ້ວ

ສະຖິຕິ ຄົນເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:40
ມື້ວານນີ້:ມື້ວານນີ້:81
ອາທິດນີ້:ອາທິດນີ້:295
ເດືອນນີ້:ເດືອນນີ້:1751
ທັງໝົດ:ທັງໝົດ:66565

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382