bonus new member 100

ທ່ານ ເຈີ້ນ ວັນ ເຊີ່ນ ກຳມະການສູນກາງພັກ ຄອມມູນິດຫວຽດນາມ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງດຽນບຽນ ພ້ອມດ້ວຍຄະນະ ມາຢ້ຽມຢາມ ແຂວງບໍ່ແກ້ວ

ໃນຕອນແລງ ວັນທີ 13-15 ສິງຫາ 2017 ຢູ່ທີ່ຫ້ອງວ່າການແຂວງ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະນຳຂອງແຂວງ, ພະນັກງານລັດຖະກອນ ພະແນກການອ້ອມ-ອົງການອ້ອມຂ້າງແຂວງ ແລະ ນ້ອງນ້ອຍນັກຮຽນນັກ ໄດ້ໃຫ້ກຽດຕ້ອນຮັບ ການມາຢ້ຽມຢາມ ຂອງທ່ານ ເຈີ້ນ ວັນ ເຊີ່ນ ກຳມະການສູນກາງພັກ ຄອມມູນິດຫວຽດນາມ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງດຽນບຽນ ພ້ອມຄະນະ. ໃນໂອກາດດັ່ງກ່າວ ທ່ານ ເລຂາພັກແຂວງ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ແຂວງບໍ່ແກ້ວ ຂອງທ່ານ ເຈີ້ນ ວັນ ເຊີ່ນ ພ້ອມດ້ວຍຄະນະ, ຊຶ່ງເປັນການ ປະກອບສ່ວນຮັດແໜ້ນ ສາຍພົວພັນທີ່ເປັນມູນເຊື້ອອັນຍາວນານ ໃນການເສີມຂະຫຍາຍ ສາຍພົວພັນ ຮ່ວມມືຮອບດ້ານ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ, ເວົ້າລວມ ເວົ້າໂດຍສະເພາະແມ່ນ ແຂວງບໍ່ແກ້ວ ແລະ ແຂວງດຽນບຽນ ໃຫ້ເຂົ້າສູ່ລວງເລິກ.

ຈາກນັ້ນ, ໃນຕອນເຊົ້າຂອງວັນທີ 14 ສິງຫາ 2017 ທັງສອງຝ່າຍ ໄດ້ພ້ອມກັນເຂົ້າຮ່ວມ ພິທີພົບປະ ແລກປ່ຽນບົດຮຽນ ລະຫວ່າງແຂວງບໍ່ແກ້ວ ແລະ ແຂວງດຽນບຽນ ສສ ຫວຽດນາມ ຢູ່ຫ້ອງປະຊຸມຄະນະປະຈຳພັກແຂວງ. ໃນພິທີ ທ່ານ ເຈົ້າແຂວງ ແຂວງບໍ່ແກ້ວ ກໍ່ໄດ້ແຈ້ງສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ການພົວພັນຮ່ວມມື ລະຫວ່າງແຂວງບໍ່ແກ້ວ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ທ່ານ ຍັງໄດ້ກ່າວຂອບໃຈ ໄປຍັງ ພັກ-ລັດ, ປະຊາຊົນຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ແຂວງດຽນບຽນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ທາງດ້ານທຶນຮອນ, ວັດຖຸ ແລະ ການພັດທະນາ ຊັບພະຍາກອນມະນຸດ ແກ່ ສປປ ລາວ ທັງໃນອະດີດ ກໍ່ຄື ປະຈຸບັນ.

ໃນໂອກາດດຽວກັນ, ທ່ານ ເຈີ້ນ ວັນ ເຊີ່ນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງ ຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ຈາກນັ້ນ ທ່ານ ຄະນະຜູ້ແທນແຂວງດຽນບຽນ ໄດ້ສືບຕໍ່ໄປຢ້ຽມຢາມ ໂຮງຮຽນເຕັກນິກວິຊາຊີບ ແຂວງບໍ່ແກ້ວ (ເຊິ່ງແມ່ນທຶນຂອງ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອ ແຂວງບໍ່ແກ້ວ) ໂດຍການຕ້ອນຮັບ ຂອງອໍານວຍການໂຮງຮຽນ, ພະນັກງານຄູອາຈານ ແລະ ນັກສຶກສາ ອອກຕ້ອນຮັບ ຢ່າງອົບອຸ່ນ. ໃນວັນດຽວກັນ ກໍໄດ້ສືບຕໍ່ຢ້ຽມຢາມ ເຂດເສດຖະກິດພິເສດ ສາມຫຼຽມຄຳ ແລະ ໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ ຈາກທ່ານ ຈັນທະວີ ໂພທິສານ ຮອງປະທານສະພາບໍລິຫານ ເຂດເສດຖະກິດພິເສດສາມຫຼຽມຄຳ ແລະ ເດີນທາງກັບໃນມື້ຕໍ່ມາ.
    

ຫ້ອງວ່າການປົກຄອງແຂວງ ປະຕິບັດໜ້າທີ່ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິການທີ່ດີ

ເຊີນທ່ຽວບໍ່ແກ້ວ ມະນີລໍ້າຄ່າ ປ່າດອກງີ້ວບານ ເທດສະການບັນດາເຜົ່າ ຖິ່ນເກົ່າສຸວັນນະໂຄມຄໍາ

No result...

ແຜນທີແຂວງບໍ່ແກ້ວ

ສະຖິຕິ ຄົນເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:40
ມື້ວານນີ້:ມື້ວານນີ້:88
ອາທິດນີ້:ອາທິດນີ້:354
ເດືອນນີ້:ເດືອນນີ້:2356
ທັງໝົດ:ທັງໝົດ:82521

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382