bonus new member 100

ການເຄື່ອນໄຫວຂອງຫ້ອງວ່າການ ແຂວງບໍ່ແກ້ວ

ຫ້ອງວ່າການ ແຂວງບໍ່ແກ້ວ ຈັດຝຶກອົບຮົມ ວຽກງານຫ້ອງວ່າການ ໃຫ້ແກ່ພະແນກການອ້ອມຂ້າງ ແຂວງ ແລະ ບັນດາເມືອງ

ໃນວັນທີ 11-12 ສິງຫາ 2016 ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຈັດຝຶກອົບຮົມ ວຽກງານຫ້ອງວ່າການແຂວງ ຢູ່ຫ້ອງປະຊຸມ ຫ້ອງວ່າການແຂວງ ໃຫ້ແກ່ນັກສຳມະນາກອນ ທີ່ເປັນຕົວແທນໃຫ້ແກ່ ບັນດາພະແນກການ ອ້ອມຂ້າງແຂວງ ແລະ ເມືອງ, ເຊິ່ງໄດ້ເຊີນເປົ້າໝາຍເຂົ້າຮ່ວມຄື: ຂັ້ນແຂວງແມ່ນ ຫົວໜ້າຫ້ອງການ ກັບວິຊາການ ຄົ້ນຄວ້າສັງລວມ( ພາກສ່ວນລະ 2 ສະຫາຍ) ແລະ ຂັ້ນເມືອງແມ່ນ ຫົວໜ້າຫ້ອງວ່າການເມືອງ ກັບຫົວໜ້າຫ້ອງການ( ເມືອງລະ 2 ສະຫາຍ). ມີນັກສຳມະນາກອນເຂົ້າຮ່ວມ ທັງໝົດ 120 ສະຫາຍ, ຍິງ      ສະຫາຍ.

ຈຸດປະສົງ: ແມ່ນເພື່ອເຮັດໃຫ້ນັກສຳມະນາກອນ ໄດ້ຮັບຮູ້ເຖິງ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການເປັນເສນາທິການ, ຜູ້ສັງລວມ, ຜູ້ປະສານງານ ແລະ ເປັນຜູ້ບໍການຮັບໃຊ້ທີ່ດີ ໃຫ້ແກ່ຄະນະພັກ-ຄະນະນຳ ຂອງຕົນ. ເພື່ອນຳເອົາ ບັນດານິຕິກຳທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຢູ່ໃນຈົດໝາຍເຫດ ທາງລັດຖະການ ມາເຜີຍແຜ່ ໃຫ້ແກ່ນັກສຳມະນາກອນ ທີ່ຕ່າງໜ້າໃຫ້ແກ່ອົງການຈັດຕັ້ງຂອງລັດ ສາມາດເຂົ້າເຖິງ ຂໍ້ມູນ-ຂ່າວສານ ທາງດ້ານກົດໝາຍ ແລະ ປະກອບຄໍາເຫັນໃສ່ ຮ່າງນິຕິກໍາດັ່ງກ່າວ ຢູ່ໃນເວັບໄຊ ຈົດໝາຍເຫດທາງລັດຖະການ (www.laoofficialgazette.gov.la) ໃຫ້ມີຄວາມຮັບປະກັນ ທາງດ້ານການສ້າງຮ່າງນິຕິກໍາຕ່າງໆ ໃຫ້ຖືກຕ້ອງສອດຄ່ອງ ກັບລະບຽບກົດໝາຍ ເທື່ອລະກ້າວ.
ບັນດາເອກະສານທີ່ຂຶ້ນຜ່ານ ໃນພິທີຝຶກອົບຮົມໃນຄັ້ງນີ້ ລວມມີ: 8 ເອກະສານ ຄື:

1. ວຽກງານບໍລິຫານຫ້ອງການ: ສະເໜີໂດຍ ທ່ານ ເພັງສອນ ແກ້ວວິໄລ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ.

2. ວຽກເລຂານຸການ ກັບ ກອງປະຊຸມ: ສະເໜີໂດຍ ທ່ານ ຄໍາແສງ ສຸລິຍະວົງ ຮອງຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ.

3. ບາງບົດຮຽນ ກ່ຽວກັບ ເລຂານຸການ: ສະເໜີໂດຍ ທ່ານ ຄໍາແສງ ສຸລິຍະວົງ ຮອງຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ.

 

 

 

 

 

 

 

 

 

 

4. ການເພີ້ມປະສິດທິພາບ  ວຽກງານຫ້ອງການ ດ້ວຍການປະຕິບັດຫຼັກການ 5 ສ:  ສະເໜີໂດຍ ທ່ານ ສຸທິດ ມິດສຳພັນ ຮອງຫົວໜ້າ ຫ້ອງວ່າການແຂວງ.

5. ວຽກງານພິທີການ ແລະ ມາລະຍາດສັງຄົມ: ສະເໜີໂດຍ ທ່ານ ນາງ ດາວ ໄຊເສດຖາ ຮອງຫົວໜ້າຫ້ອງວ່າການແຂວງ.

6. ຮູບແບບເອກະສານ ທາງລັດຖະການ: ສະເໜີໂດຍ ທ່ານ ສີວິໄລ ສີແສນດີ ຮອງຫົວໜ້າຫ້ອງວ່າການແຂວງ.

7. ລະບົບຖານຂໍ້ມູນ ແລະ ການເກັບສຳເນົາເອກະສານ  ຂອງຫ້ອງວ່າການແຂວງ: ສະເໜີໂດຍ ທ້າວ ບຸນທະວີ ຟອງພັນ ວິຊາການຂະແໜງ ເລຂາການນຳ ຫ້ອງວ່າການແຂວງ.

ຜ່ານການຝຶກອົບຮົມ ສາມາດຕີລາຄາ ໄດ້ດັ່ງນີ້:

1)ນັກສຳມະນາກອນ ສາມາດຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຈຸດປະສົງ, ເປົ້າໝາຍ, ຄວາມສໍາຄັນ ແລະ ຄວາມຈໍາເປັນ ຂອງວຽກງານຫ້ອງວ່າການ.

2)ນັກສຳມະນາກອນສາມາດຮັບຮູ້ ແລະ ເຂົ້າໃຈການນໍາໃຊ້ ເວັບໄຊຈົດໝາຍເຫດທາງລັດຖະການ ໂດຍພື້ນ ຖານ ໃນການຊອກຫາ ນິຕິກຳຕ່າ ເພື່ອໃຫ້ມີຄວາມສະດວກ ແລະ ວ່ອງໄວຂື້ນ.

3)ບັນດານັກສຳມະນາກອນ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ກ່ຽວກັບວຽກງານ ການເປັນເສນາທິການ, ຜູ້ະສານງານ, ຄົ້ນຄວ້າສັງລວມ ແລະ ບໍລິການຮັບໃຊ້ ທີ່ເກີດຂຶ້ນໃນຕົວຈິງຢູ່ແຕ່ລະຂະແໜງການ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382