bonus new member 100

ຄຳ​ເຫັນ​ຂອງ​ທ່ານ ເຈົ້າ​ແຂວງ​ບໍ່ແກ້ວ ຕໍ່​ເວບ​ໄຊ

ເພື່ອຮັບປະກັນໃຫ້ແກ່ການປະຕິບັດພາລະບົດບາດ ເປັນເສນາທິ ການໃຫ້ແກ່ລັດຖະບານ, ໃຫ້ຄະນະນຳຂອງແຂວງໃນການອຳນວຍ, ຄວບຄຸມ ການເຄື່ອນໄຫວວຽກງານລວມຂອງແຂວງ ແລະ ຫ້ອງວ່າການປົກຄອງ ແຂວງ ທັງເປັນເສນາທິການທີ່ດີ, ຜູ້ປະສານງານທີ່ດີ ແລະ ຜູ້ຮັບໃຊ້ບໍລິການ ທີ່ດີຂອງຫ້ອງວ່າການປົກຄອງແຂວງນັ້ນ, ຂ້າພະເຈົ້າ ເຫັນວ່າ: ການເປີດເວັບໄຊ້ຂອງແຂວງບໍ່ແກ້ວ ແມ່ນມີຄວາມສຳຄັນ, ຈຳເປັນ ຫຼາຍ ແລະ ຈະເປັນໂອກາດ ແລະ ເປັນເຄື່ອງມືທີ່ດີ ໃຫ້ແກ່ຫ້ອງວ່າການ ປົກຄອງແຂວງ ເພື່ອໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ - ລັດເຮົາ, ການເຕີບໃຫຍ່ຂະຫຍາຍຕົວດ້ານການພັດທະນາເສດຖະກິດ-ສັງຄົມ ທັງເປັນເຄື່ອງມືໂຄສະນາ ດຶງດູດການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ທີ່ມີປະໂຫຍດຕໍ່ປະເທດເຮົາ. ນອກຈາກນັ້ນ, ໃນຖານະທີ່ປະເທດເຮົາ ໄດ້ເຂົ້າເປັນສະມາຊິກຂອງຫຼາຍສົນທິສັນຍາສາກົນ ຊຶ່ງໃນນັ້ນ ກໍ່ແມ່ນການ ເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ການກະກຽມເຂົ້າເປັນສະມາ ຄົມເສດຖະກິດອາຊຽນ ໃນທ້າຍປີ 2015. ສະນັ້ນ, ການສ້າງເວັບໄຊ້ຂອງ ແຂວງບໍ່ແກ້ວ ກໍ່ຍິ່ງມີຄວາມຈຳເປັນຫຼາຍ ເພາະພວກເຮົາຈະໄດ້ມີການ ສື່ສານ, ໂຄສະນາ, ປະຊາສຳພັນ ເພື່ອແລກປ່ຽນຂໍ້ມູນຂ່າວສານ ກັບພາຍນອກ ກໍ່ຄື ພາກພື້ນ ແລະ ສາກົນ. ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຖືໂອກາດນີ້ ຂໍສະແດງຄວາມຊົມເຊີຍຕໍ່ຫ້ອງວ່າການປົກຄອງແຂວງ ທີ່ໄດ້ມີຄວາມພະຍາຍາມໃນການປະຕິບັດພາລະບົດບາດຂອງຕົນ ດ້ວຍຄວາມຮັບຜິດຊອບຢ່າງສູງ ເຂົ້າໃນການປັບປຸງລະບົບຂໍ້ມູນຂ່າວສານ ຂອງຕົນ ໃຫ້ຫັນເປັນທັນສະໄໝເທື່ອລະກ້າວ ໂດຍເລີ່ມ ຕົ້ນຈາກຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງ, ຫ້ອງຈໍລະຈອນເອກະສານ, ຫ້ອງຝຶກອົບຮົມ, ຫ້ອງເວັບໄຊ້ ແລະ ອື່ນໆ ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາເຄື່ອງມືທີ່ທັນສະໄໝນີ້ ຈະກາຍເປັນພາຫານະໜຶ່ງທີ່ສຳຄັນ ໃນການປະກອບສ່ວນຊ່ວຍຂັບເຄື່ອນໃຫ້ ແກ່ການພັດທະນາເສດຖະກິດ - ສັງຄົມ ທັງເປັນພື້ນຖານໃຫ້ແກ່ການຫັນປະເທດຊາດຂອງພວກເຮົາ ເປັນທັນສະໄໝ ເທື່ອລະກ້າວ.

ອວຍພອນໃຫ້ເວັບໄຊ້ຂອງແຂວງບໍ່ແກ້ວ ຈົ່ງເປັນສື່ມວນຊົນປະເພດໜຶ່ງທີ່ເປັນກະບອກສຽງໃນການເຮັດໜ້າທີ່ຊຸກຍູ້, ສົ່ງເສີມ ທັງຕິດຕາມກວດກາການເຄື່ອນໄຫວວຽກງານຂອງແຂວງແຕ່ລະໄລຍະ ແລະ ອວຍພອນໃຫ້ເວັບໄຊ້ຂອງແຂວງບໍ່ແກ້ວ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ອັນມີກຽດສູງສົ່ງຂອງຕົນ

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382